ໄຂງານມະໂຫລານມິດຕະພາບປະຊາຊົນຫວຽດນາມ - ອີນເດຍ ຄັ້ງທີ 5

ໄຂງານມະໂຫລານມິດຕະພາບປະຊາຊົນຫວຽດນາມ - ອີນເດຍ ຄັ້ງທີ 5 - ảnh 1
​ງານ​ມະ​ໂຫລານ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ອີນ​ເດຍ ຄັ້ງ​ທີ 5
(ພາບ: cpv.org.vn)


(vovworld) -     ຕອນ​ຄໍ່າ​ວັນ​ທີ 16/12, ຢູ່​ອີນ​ເດຍ, ​ໄດ້​ດຳ​ເນີນ​ພິທີ​ໄຂ​ງານ​ມະ​ໂຫລານ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ອີນ​ເດຍ ຄັ້ງ​ທີ 5, ດ້ວຍ​ມີການ​ເຂົ້າ​ຮ່ວມ​ຂອງກວ່າ 15.000 ຄົນ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເລຂາທິການ​​ໃຫຍ່​ອົງການຈັດ​ຕັ້ງ​ສັນຕິພາບ ​ແລະ ສາມັກຄີ​ທົ່ວ​ປະ​ເທດ​ອີນ​ເດຍ (AIPSO), ກຳມະການ​ກົມ​ການ​ເມືອງ​ພັກ​ກອມ​ມູນິດ​ອີນ​ເດຍ (CPI) Palap Sengupta ​ເຊື່ອ​ໝັ້ນ​ວ່າ ງານ​ມະ​ໂຫລານ​ມິດຕະພາບ​ຫວຽດນາມ - ອີນ​ເດຍ ຄັ້ງ​ທີ 5 ສຳ​ເລັດ​ຜົນ ຈະ​ຊ່ວຍ​ໃຫ້​ປະຊາຊົນ​ສອງ​ປະ​ເທດ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ ​ແລະ ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ອີນ​ເດຍ. ສ່ວນ​ທ່ານນາງ​ເລ​ຂາ​ທິການ​ໃຫຍ່​ສະຫະພັນ​ບັນດາ​ອົງການ​ຈັດ​ຕັ້ງມິດຕະພາບ​ຫວຽດນາມ ຫງວຽນ​ທິຮ່ວາງ​ເວີນ ​ໄດ້ຊີ້​ແຈ້ງ​ຄວາມ​ສາມັກຄີ ​ແລະ ການ​ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ການ​ຕໍ່ສູ້​ຍາດ​ເອົາ​ເອກະລາດ​ໃຫ້​ແກ່​ປະ​ເທດ​ຊາດ, ຢືນຢັນ​ວ່າ ນີ້​ແມ່ນ​ມູນ​ເຊື້ອ​ອັນ​ລ້ຳ​ຄ່າ​ຕິດ​ພັນ​ກັບ​ປະຊາຊົນ​ສອງ​ປະ​ເທດ. ທ່ານ​ນາງ​ກໍ​ໃຫ້​ຮູ້​ວ່າ ງານ​ມະ​ໂຫລານ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ໃນ “ປີ​ມິດຕະພາບ​ຫວຽດນາມ - ອີນ​ເດຍ 2012”, ​ເພື່ອສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​​ລະຫວ່າງ​ 2 ປະ​ເທດ (7/1/1972 – 7/1/2012) ​ແລະ 5 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ - ອີນ​ເດຍ (6/2/2007 – 6/7/2012).

ຂ່າວ/ບົດ​ອື່ນ