ໄຂງານມະໂຫລານມວຍພື້ນເມືອງຫວຽດນາມສາກົນຄັ້ງທີ6-ບີ່ງດິ້ງ2016

ໄຂງານມະໂຫລານມວຍພື້ນເມືອງຫວຽດນາມສາກົນຄັ້ງທີ6-ບີ່ງດິ້ງ2016 - ảnh 1
ການຟ້ອນມວຍໃນງານບຸນ

(vovworld) –  ງານ​ມະ​ໂຫລານ​​ມວຍ​ພື້​ນ​ເມືອງ ຫວຽດນາມສາກົນ ຄັ້ງ​ທີ 6 - ​ບິ່ງ​ດິ້ງ​ປີ 2016 ​​ໄດ​້​ດຳ​ເນີນ​ໄປ​ໃນ​ຕອນ​ຄ່ຳ​ວັນ​ທີ 2/8, ຢູ່​ນະຄອນ ກູ​ຍ​ເຍີນ, ​ແຂວງ ບີ່​ງດິ​້ງ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງຄູ​ຝືກມວຍ, ນັກມວຍກ່ວາ 1.000 ຄົນ, ຂຶ້ນກັບ 52 ຄະນະ​ມວຍ​ພື້ນ​ເມື​ອງພາຍ​​ໃນ ​ແລະ ສາກົນ, ​ໃນ​ນັ້ນ​ມີ 16 ຄະນະ​ຂອງ 9ປະ​ເທດ​ໃນ​ໂລກ. ພິທີ​ໄຂ​ງານ​ມະ​ໂຫລານ​​ມວຍ​ພື້ນ​ເມ​ືອງ ຫວຽດນາມສາກົນ ຄັ້ງ​ທີ 6 - ບີ່​ງດິ້ງ 2016 ມີ​ຫົວ​ຂໍ້ “ຄ່ຳ​ຄືນ​ງານ​ບຸນ​ມວຍ​ພື້ນ​ເມືອງ ຫວຽດນາມ” ​ໄດ້​ຮັບ​ການຈັດ​ຕັ້ງ​ດ້ວຍ​ບັນດາ​ລາຍການ​ສະ​ແດງ​ສິລະ​ປະ, ບົດ​ຟ້ອນມວຍ​ທີ່​ເປັນ​ເອກະລັກ​ສະ​ເພາະ, ​ເຮັດ​ໃຫ້​ປະຫວັດສາດ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ​ພົ້ນ​ເດັ່ນ​ຂອງ​ມວຍ​ພື້ນ​ເມືອງ ຫວຽດນາມ ​ເວົ້າ​ລວມ, ມວຍ​ພື້ນ​ເມືອງ​ບິ່ງ​ດິ່ງ ​ເວົ້າ​ສະ​ເພາະ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ​ໂຮ່ກວກ​ຢູ້ງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​​ແຂວງ ບີ່​ງດິ້ງ, ຢັ້ງຢືນ​ວ່າ:

        “ມວຍ​ພື້ນ​ເມືອງ ບີ່​ງດິ້ງ ​ໄດ້​ຮັບ​ການ​ຮັບຮອງ​ເປັນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ລະດັບ​ຊາດ. ສິ່ງ​ດັ່ງກ່າວ​ໄດ້​ຊ່ວຍ​ໃຫ້​ງານ​ມະ​ໂຫລານ​ສາກົນ​ມວຍ​ພື້ນ​ເມືອງ ຫວຽດນາມ ​ສາກົນ ໂດ​ຍ​ແຂວງ ບີ່​ງດິງ ປຸກລະດົມ​ສືບ​ຕໍ່​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ກະຊວງ​ວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ ​ແລະ ສະຫະພັນ​ມວຍ​ພື້ນ​ເມືອງ ຫວຽດນາມ. ດ້ວຍ​ການຈັດ​ຕັ້ງ​ງານ​ມະ​ໂຫລານ​ຄັ້ງ​ທີ 6, ອີກ​ຄັ້ງ​ໜຶ່ງ​ໄດ​​້ຢັ້ງຢືນ​ການ​ພັດທະນາ​ຢ່າງ​ແຮງ, ການ​ດຶງ​ດູດ ​ແລະ ການ​ແຜ່​ຂະຫຍາຍ​ຂອງ​ມວຍ​ພື້ນ​ເມືອງ ຫວຽດນາມ. ​ແລະ ​ແຂວງ ບີ່​ງດິ້ງ ກາຍ​ເປັນ​ຈຸດ​ນັດ​ພົບ​ຂອງ​ຜູ້​ນິຍົມ​ມວຍ​ພື້ນ​ເມືອງ​ຢູ່ພາຍ​ໃນປະ​ເທດ ​ແລະ ​ຢູ່ໃນ​ໂລກ”


ຂ່າວ/ບົດ​ອື່ນ