ໄຂງານມະໂຫລານວິທະຍຸກະຈາຍສຽງ ທົ່ວປະເທດຄັ້ງທີ 10

ໄຂງານມະໂຫລານວິທະຍຸກະຈາຍສຽງ ທົ່ວປະເທດຄັ້ງທີ 10 - ảnh 1
( ທ່ານ Nguyen Dang Tien ​ລັ່ນກອງ​ໄຂງານ​ມະ​ໂຫ​ລານ )

( vovworld ) -   ​ພິທີ​ໄຂງານ​ມະ​ໂຫ​ລານ​ວິທະຍຸກະ​ຈາຍສຽງ​ທົ່ວ​ປະ​ເທດ​ຄັ້ງ​ທີ 10 ​ໂດຍ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ສົມ​ທົບ​ກັບ​ວິທະຍຸ​ກະຈາຍສຽງ ​ແລະ ​ໂທລະພາບ​ຮ່າ​ໂນ້ຍ ຈັດ​ຕັ້ງ ​ໄດ້ຖືກ​​ໄຂ​ຂຶ້ນ​ໃນຕອນ​ຄໍ່າ​ວັນ​ທີ 13/6, ຢູ່​ຮ່າ​ໂນ້ຍ. ທ່ານ Nguyen Dang Tien ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ​ຫວຽ​ດນາມ, ຫົວໜ້າ​ຄະນະ​ຊີ້​ນຳງານ​ມະ​ໂຫ​ລານວິທະຍຸກະ​ຈາຍສຽງ​ທົ່ວ​ປະ​ເທດ​ຄັ້ງ​ທີ 10 ໄດ້​ລັ່ນກອງ​ໄຂງານ​ມະ​ໂຫ​ລານ.

   ​​ເຈົ້າ​ຮ່ວມໃນງານ​ມະ​ໂຫລານ​ຄັ້ງ​ນີ້ ​ມີ 79 ຫົວ​ໜ່ວຍ ດ້ວຍບົດ​ປະພັນ 263 ບົດ​. ທ່ານ Vu Hai, ຮອງຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ​ຫວຽ​ດນາມ, ຫົວໜ້າ​ຄະນະ​ຈັດ​ຕັ້ງງານ​ມະ​ໂຫ​ລານ​ວິທະຍຸກະ​ຈາຍສຽງ​ທົ່ວ​ປະ​ເທດ​ຄັ້ງ​ທີ 10 ​ໃຫ້​ຮູ້​ວ່າ.

        “ບັນດາ​ບົດ​ປະພັນທີ່​ສົ່ງເຂົ້າ​ຮ່ວມ​ການ​ເສັງ​ໃນງານ​ມະ​ໂຫ​ລານວິທະຍຸ​ກະ​ຈາຍສຽງປີ 2012 ຄັ້ງນີ້ ​​ແມ່ນ​​ໄດ້​ຮັບ​ການ​ຄັດ​ເລືອກ​ຈາກບັນດາບົດ​ປະພັນ​ທີ່​ດີ​ເດັ່ນທີ່​ສຸ​​ດ​ໃນ 1 ປີທີ່ຜ່ານ​ມາ, ບັນດາ​ບົດ​ປະພັນ​ໄດ້​ສ່ອງ​ແສງ​ເຊິ​ງຊີວິດການ​ເປັນ​ຢູ່. ​ຫວັງວ່າ, ​ໃນ​ຄໍ່າ​ຄືນ​ອັດ​ງານ​ມະ​ໂຫລານຈະ​ແມ່ນ​ຄໍ່າ​ຄືນ​ເຊີດ​ຊູ​ບັນດາ​ນັກ​ປະພັນ, ນັກ​ຂ່າວ​ທີ່​ມີ​ຄວາມ​ສາມາດ, ສຸດ​ຈິດ​ສຸດ​ໃຈ​ໃນ​ພາລະກິດ​ສ້າງສາ ​ແລະ ປ່ຽນ​ໃໝ່​ປະ​ເທດ​ຊາດ”.

        20 ປີ​ທີ່​ຕິດ​ພັນ​ກັບ​ພາລະກິດກະຈາຍສຽງ, ນັກ​ຂ່າວ Nguyen Xuan Long, ວິທະຍຸ​ກະຈາຍສຽງ - ​​ໂທລະ​ພາບ​ກວາງ​ຫງ້າ​ຍ ​ໄດ້​ຖື​ວ່າ, ງານ​ມະ​ໂຫ​ລານ​ແຕ່​ລະ​ຄັ້ງ​ແມ່ນ​ວັນ​ບຸນ​ໃຫຍ່, ​ແມ່ນ​ໂອກາດ​ເພື່ອ​ໃຫ້​​ນັກ​ຂ່າວ​​ແຕ່ລະຄົນແລກປ່ຽນ, ຮໍ່າຮຽນ, ຍົກ​ສູງດ້ານ​ວິຊາ​ການ.

 “ຂ້າພະ​ເຈົ້າ​ເຫັນ​ວ່າ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ຄຽງ​ຂ້າງ​ເນື້ອ​ໃນຂອງງານ​ມະ​ໂຫ​ລານ​ແລ້ວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ ຍັງຈັດ​ຕັ້ງ​ການ​ສຳ​ມະ​ນາຕ່າງໆ. ມັນ​ເຮັດ​ໃຫ້​ງານ​ມະ​ໂຫລານ​ມີ​ຄວາມ​​ໃກ້​ສິດສະໜິດ​ສະ​ນົມ​ກວ່າ, ອຸດົມສົມ​ບຸນ​ ​ແລະ ຫຼາຍ​ຮູບ​ຫຼາຍ​ແບບ​ກວ່າ. ​ເມື່ອ​ອ້າຍ​ນ້ອງ​ເຂົ້າ​ຮ່ວມ​ງານ​ມະ​ໂຫລານ​ກໍ​ກຳ​ໄດ້​ເນື້ອ​ໃນສຳຄັນ​ຫຼາຍ​ກວ່າ. ບັນດາ​ອ້າຍ​ນ້ອງ​ຢູ່​ເຂດ​ຫາງ​ໄກ ພ້ອມ​ກັບ​ອ້າ​ຍນ້ອງ​ຢູ່​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ​ແລກປ່ຽນດ້ານວິຊາ​ການ, ຜ່ານ​ນັ້ນ​ຂ້າພະ​ເຈົ້າ​ຄິດ​ວ່າ ມັນ​ໄດ້​ສ້າງ​ຄວາມ​ໃກ້ຊິດຕິດ​ແທດ ​ແລະ ລະດົມ​ກຳລັງ​ໃຈ​ອ້າ​ຍນ້ອງ​​ທີ່​ເຮັດ​ວຽກ​ງານ​ສື່​ມວນ​ຊົນກ​ວ່າ.”

ໄຂງານມະໂຫລານວິທະຍຸກະຈາຍສຽງ ທົ່ວປະເທດຄັ້ງທີ 10 - ảnh 2
( ທີ່ງານ​ມະ​ໂຫ​ລານ​ວິທະຍຸກະ​ຈາຍສຽງ​ທົ່ວ​ປະ​ເທດ​ຄັ້ງ​ທີ 10 )

     ກ່ອນ​ໜ້ານັ້ນ, ຕອນ​ບ່າຍ​ວັນ​ທີ 13/6, ຢູ່​ສູນ​ກະຈາຍສຽງ​ແຫ່ງ​ຊາດ 58 ກວານ​ສື໋ - ຮ່າ​ໂນ້ຍ, ທ່ານ Nguyen Dang Tien ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ​ຫວຽດນາມ       ​ໄດ້​ມີ​ການ​ພົບ​ປະ​ກັບ​ຫົວໜ້າ​ຄະນະບັນດາ​ວິທະຍຸກະຈາຍສຽງ - ​ໂທລະພາບ​ໃນ​ທົ່ວ​ປະ​ເທດ ​ເນື່ອງ​ໃນ​ໂອ​ກາດໄຂງານ​ມະ​ໂຫ​ລານ​ກະ​ຈາຍສຽງ​ທົ່ວ​ປະ​ເທດ​ຄັ້ງ​ທີ 10. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ Nguyen Dang Tien ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ເວົ້າ​ວ່າ.

  “ວິທະຍຸ​​ກະຈາ​ຍສຽງ​ກໍ່ເປັນພາສາ​ສະ​ເພາະ ​ແລະ ພວມ​ແຜ່​ລາມອອກ​ຢ່າງ​ເລິກ​ເຊິ່ງ​ກວ້າງຂວາງໃນ​ສັງ​ສົມ, ໝູ່ປະຊາຊົນ, ນັກຮົບ. ຫວັງວ່າ​ບັນດາ​ອ້າຍ​​ເອ້ືອຍ​ຖືວິທະຍຸ​ກະຈາຍສຽງ​ຫວຽດນາມ ​ແມ່ນອ້າຍ​ນ້ອງ​ໃນ​ຂອບ​ຄົວດຽວ ​ແລະ ກົງກັນຂ້າມ, ອ້າ​ຍນ້ອງ​ພວກ​ຂ້າພະ​ເຈົ້າ​ກໍ່​ຈະສຳ​ພັດ ​ແລະ ຮໍ່າຮຽນ​ເອົາ​ບົດ​ຮຽນ​ຈາກ​​​ບັນດາ​ສະຫາຍ, ຜູ້​ທີ່​ດຳລົງຊີວິດຢູ່​ບັນດາທ້ອງ​ຖິ່ນ ​ເຊິ່ງພວກ​ຂ້າພະ​ເຈົ້າ​ຍັງ​ບໍ່​ທັນ​ໄດ້​ສຳ​ພັດ”.

     ງານ​ມະ​ໂຫ​ລານ​ວິທະຍຸກະ​ຈາຍສຽງ​ທົ່ວ​ປະ​ເທດ​ຄັ້ງ​ທີ 10 ຈະ​ອັດ​ລົງໃນ​ຕອນ​ຄໍ່າ​ວັນ​ທີ 15/6.


ຂ່າວ/ບົດ​ອື່ນ