ໄຂງານມະໂຫລານສິລະປະວັດທະນະທຳບໍ່ເປັນວັດຖຸຢູ່ແຂວງ ກວາງນາມ

(VOVWORLD) - ງານມະໂຫລານສິລະປະວັດທະນະທຳບໍ່ເປັນວັດຖຸ ໄດ້ໄຂຂຶ້ນໃນຕອນຄຳ່ວັນທີ 10/6 ຢູ່ສະໜາມຫຼວງທະເລ ຕາມແທງ, ນະຄອນ ຕາມກີ່,  ແຂວງ ກວາງນາມ. 
ໄຂງານມະໂຫລານສິລະປະວັດທະນະທຳບໍ່ເປັນວັດຖຸຢູ່ແຂວງ ກວາງນາມ - ảnh 1 ການສະແດງສິລະປະທີ່ລາຍການ

ທ່ານ ໂຮ່ເຕິ໋ນເກື່ອງ, ຮອງຫົວໜ້າພະແນກ ວັດທະນະທຳ ກິລາ ແລະ ທ່ອງທ່ຽວແຂວງ ກວາງນາມ ໃຫ້ຮູ້ວ່າ, ໃນຕະຫຼອດໄລຍະດຳເນີນແຕ່ວັນທີ 10-13/6, ຈະມີ 19 ຄະນະສິລິປະຂອງບັນດາແຂວງ, ນະຄອນເຂົ້າຮ່ວມ.

“ຜ່ານການເຄື່ອນໄຫວນີ້, ພວກຂ້າພະເຈົ້າຢາກເຕົ້າໂຮມບັນດາຮູບການສິລະປະຂອງທ້ອງຖີ່ນຕ່າງໆເພື່ອເຊີດຊູບັນດາຄຸນຄ່າວັດທະນະທຳບໍ່ເປັນວັດຖຸທີ່ຕາງໜ້າຂອງມວນມະນຸດ, ພ້ອມນັ້ນເພື່ອໃຫ້ເພື່ອນມິດສາກົນມີຄວາມເຂົ້າໃຈຕື່ມອີກກ່ຽວກັບມໍຣະດົກວັດທະນະທຳຕ່າງໆຂອງ ຫວຽດນາມ“

ດ້ວຍຫົວຂໍ້ “ສີສັນມໍຣະດົກວັດທະນະທຳບໍ່ເປັນວັດຖຸຂອງ ຫວຽດນາມ“, ໃນພິທີໄຂ, ບັນດານັກສິລະປະ, ໄດ້ສະແດງຫຼາຍລາຍການສິລະປະທີ່ເປັນເອກະລັກສະເພາະຂອງເຂດພາກ ແລະ ໄດ້ຮັບການຮັບຮອງຈາກ UNESCO ວ່າມໍຣະດົກວັດທະນະທຳບໍ່ເປັນວັດຖຸ.

ທ່ານ ຫງວຽນງອກວິງ, ອາຍຸ 69 ປີ, ຊາວ ກວາງນາມ ເອກອ້າງທະນົງໃຈຕໍ່ບັນດາຄຸນຄ່າຂອງມໍຣະດົກວັດທະນະທຳບໍ່ເປັນວັດຖຸຂອງ ຫວຽດນາມ:

ຂ້າພະເຈົ້າດີໃຈທີ່ສຸດເມື່ອເຂົ້າຮ່ວມງານບຸນນີ້. ເພາະວ່ານັບແຕ່ດົນນານມາແລ້ວ, ຢູ່ ຕາມແທງບໍ່ເຄີຍມີງານບຸນໃດທີ່ມີຂະໜາດໃຫຍ່ຄືແນວນີ້ ເພື່ອໂຄສະນາກ່ຽວກັບຊີວິດ, ແລະ ສິ່ງທີ່ດີງາມຂອງປະຊາຊົນຢູ່ເຂດແຄມຝັ່ງທະເລ ຕາມກີ່. ບັນດາບົດຂັບຈ່ອຍ (ເພງພື້ນເມືອງຢູ່ພາກກາງ)ມ່ວນຫຼາຍ, ເພາະມັນເຂັ້ມຄົ້ນໄປດ້ວຍສີສັນຂອງປະຊາຊົນທີ່ດຳລົງຊີວິດໃນເຂດບ້ານນາ ແລະ ເຂດແຄມທະເລ .

ຕອບກັບ

ຂ່າວ/ບົດ​ອື່ນ