ໄຂ​ງານ​ມະ​ໂຫລານຮູບ​ເງົາ ອາ​ຊຽນ + 3 ຢູ່ ສ.ເຊັກ​ໂກ

(VOVWORLD) - ທ່ານນາງ ຫງວຽນຢຽວລິງ ອັກຄະລັດຖະທູດ ທີ່ປຶກສາ ຫວຽດນາມ ປະຈຳ ສ.ເຊັກໂກ ໃຫ້ຮູ້ວ່າ ນີ້ແມ່ນປີທີ 3 ງານມະໂຫລານໄດ້ຈັດຂຶ້ນ ເຊິ່ງດຶງດູດໄດ້ຄວາມສົນໃຈຈາກ ຜູ້ຊົມທີ່ມາຈາກບັນດາປະເທດ ແລະ ສ.ເຊັກໂກ. 
ໄຂ​ງານ​ມະ​ໂຫລານຮູບ​ເງົາ ອາ​ຊຽນ + 3 ຢູ່ ສ.ເຊັກ​ໂກ - ảnh 1ທ່ານນາງ ຫງວຽນຢຽວລິງ ອັກຄະລັດຖະທູດ ທີ່ປຶກສາ ຫວຽດນາມ ປະຈຳ ສ.ເຊັກໂກ ກ່າວຄຳເຫັນທີ່ງານມະໂຫລານ (ພາບ: VOV)

ນຄ່ຳວັນທີ 2 ກັນຍາ, ງານມະໂຫລານຮູບເງົາ ອາຊຽນ + 3 ໄດ້ໄຂຂຶ້ນຢູ່ນະຄອນຫຼວງ Praha, ສ.ເຊັກໂກ ດ້ວຍການເຂົ້າຮ່ວມຂອງ 9 ປະເທດ, ລວມມີ 6 ປະເທດສະມາຊິກ ອາຊຽນ ແມ່ນ ຫວຽດນາມ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ຟີລິບປິນ, ໄທ ພ້ອມກັບ 3 ປະເທດຄູ່ຮ່ວມມືແມ່ນ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ. ຢູ່ງານມະໂຫລານ, ຜູ້ຊົມໄດ້ຮັບຊົມບັນດາຮູບເງົາດ້ວຍຫຼາຍຫົວຂໍ້ທີ່ເປັນຫຼາຍຮູບຫຼາຍແບບ ຂອງບັນດາປະເທດ ອາຊີ ໃນນັ້ນມີ ຫວຽດນາມ.

ກ່າວຄຳເຫັນທີພິທີ, ທ່ານນາງ ຫງວຽນຢຽວລິງ ອັກຄະລັດຖະທູດ ທີ່ປຶກສາ ຫວຽດນາມ ປະຈຳ ສ.ເຊັກໂກ ໄດ້ຕາງໜ້າຫວຽດນາມ ດ້ວຍຖານະເປັນປະທານຄະນະກຳມະການ ຫວຽດນາມ ປະຈຳ Praha ໃຫ້ຮູ້ວ່າ ນີ້ແມ່ນປີທີ 3 ງານມະໂຫລານໄດ້ຈັດຂຶ້ນ ເຊິ່ງດຶງດູດໄດ້ຄວາມສົນໃຈຈາກ ຜູ້ຊົມທີ່ມາຈາກບັນດາປະເທດ ແລະ ສ.ເຊັກໂກ. ໃນງານມະໂຫລານຄັ້ງນີ້, ຫວຽດນາມ ໄດ້ນຳ 2 ຮູບເງົາ ມາເຂົ້າຮ່ວມ. ງານມະໂຫລານ ຮູບເງົາ ອາຊຽນ + 3 ປີ 2024 ໄດ້ດຳເນີນຮອດວັນທີ 9 ກັນຍາຈຶ່ງຈະອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ