ໄຂງານມະໂຫລານຮູບເງົາຫວຽດນາມຄັ້ງທີ19

ໄຂງານມະໂຫລານຮູບເງົາຫວຽດນາມຄັ້ງທີ19 - ảnh 1
(​ງານມະ​ໂຫລານ​ຮູບ​ເງົາ​ຄັ້ງ​ທີ 19 )

(vovworld) – ​ງານມະ​ໂຫລານ​ຮູບ​ເງົາ​ຄັ້ງ​ທີ 19 ດ້ວຍ​ຫົວ​ຂໍ້ “ຮູບ​ເງົາ ຫວຽດນາມ - ຊົນ​ເຜົ່າ, ວັດທະນະທຳ​ມະນຸດ, ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ​ເຊື່ອມ​ໂຍງ” ​​ໄດ້​ຖືກໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ຕ່ຳ​ວັນ​ທີ 01/12 ຢູ່​ນະຄອນ ​ໂຮ່ຈີ​ມິນ. ງານ​ມະ​ໂຫລານ ​ແມ່ນ​ໂອກາດ​ເພື່ອ​ແນະນຳ​ພື້ນຖານຮູບ​ເງົາ ຫວຽດນາມ ທີ່ກ້າວໜ​້າ, ​ເຂັ້ມ​ຂົ້ນ​ໄປ​ດ້ວຍສີສັນ​ວັດທະນະທຳ​ບັນດາ​ເຜົ່າ, ​​ແມ່ນ​ໂອກາດ​ເພື່ອ​ເຊີດ​ຊູ​ນັກ​ສະ​ແດງຮູບ​ເງົາ, ຜູ້​ທີ່​ເຄື່​ອນ​ໄຫວ​​ໃນ​ຂົງ​ເຂດຮູບ​ເງົາທົ່ວ​ປະ​ເທດ ພວມ​ອຸທິດ​ສ່ວນ, ກໍ່ສ້າງ ​ແລະ  ປົກ​ປັກ​ຮັກສາ​ພືນ​ຖານພັດທະນາ​ຮູບ​ເງົາ ຫວຽດນາມ ​ໃນ​ໄລຍະ​ປ່ຽນ​ໃໝ່ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.



ຂ່າວ/ບົດ​ອື່ນ