ໄຂງານມະໂຫລານຮູບເງົາເອີລົບປີ 2015

ໄຂງານມະໂຫລານຮູບເງົາເອີລົບປີ 2015 - ảnh 1
(ພາບປະກອບ: dangcongsan.vn)

​(vovworld) – ຕອນ​ຄໍ່າ​ວັນ​ທີ 15/05, ຢູ່​ສູນ​ສາຍຮູບ​ເງົາ​ແຫ່ງ​ຊາດ ​ໄດ້​ດຳ​ເນີ​ນພິທີ​ໄຂງານ​ມະ​ໂຫລານ​ຮູບ​ເງົາ​ເອີ​ລົບ​ປີ 2015. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ເຫດການ​ສຳຄັນ​ຂອງ​ວັນ​ເອີ​ລົບ 2015 ​ແລະ ສະ​ເຫຼີ​ມສະຫຼອງ 25 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ອີ​ຢູ - ຫວຽດນາມ. ທີ່​ງານ​ມະ​ໂຫລານ, ບັນດາ​ຜູ້​ຊົມ​ທີ່​ພິຍົມ​ຮູບ​ເງົາ​ຂອງຫວຽດນາມ ​ໄດ້​​ຊົມ​ບັນດາ​ຮຸບ​ເງົາຂອງ 13 ປະ​ເທດທີ່​ເປັນ​ສະມາຊິກ​ສະຫະພາບ​ເອີ​ລົບ ​ໃນ​ນັ້ນ​ມີ: ຮູບ​ເງົາ​ສຳລັບ​ເດັກ, ຮູບ​ເງົາ​​ຈິດ​ຕະສາດ, ຮູບ​ເງົາ​ວິທະຍາສາດ, ຮູບ​ເງົາ​ເອກະສານ… ງານ​ມະ​ໂຫລານ​ຟິມຮູບ​ເງົາ​ເອີ​ລົບ ຈະ​ສືບ​ຕໍ່​ດຳ​ເນີນ​ໄປ​ຢູ່​ນະຄອນ​ດ່າ​ນັ້ງ ​​​ໃນ​ວັນ​ທີ 16 ແລະ ນະຄອນ​ໂຮ່ຈິ​ມິນ ​​ໃນ​ວັນ​ທີ 17/05.

ຂ່າວ/ບົດ​ອື່ນ