ໄຂງານວາງສະແດງ “ຄວາມປະທັບໃຈຫວຽດນາມ” ຢູ່ຝລັ່ງ

ໄຂງານວາງສະແດງ “ຄວາມປະທັບໃຈຫວຽດນາມ” ຢູ່ຝລັ່ງ - ảnh 1
(ພາບປະກອບ)

(vovworld) -     ງານ​ວາງສະ​ແດງ​ທີ່​ມີ​ຊື່ວ່າ “ຄວາມ​ປະ​ທັບ​ໃຈ​ຫວຽດນາມ”  ຫາ​ກໍ​ຖືກ​ໄຂ​ຂື້ນ​ຢູ່​ສູນວັດທະນະທຳ​ຫວຽດນາມ ປະຈຳ​ຝລັ່ງ, ​ເພື່ອ​ແນ​ໃສ່​​ໂຄສະນາ​​ໃຫ້​ພໍ​ແມ່​ປະຊາຊົນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຝລັ່ງ, ມະຫາ​ຊົນ​ຝລັ່ງ ​ແລະ ​ເພື່ອນ​ມິດສາ​ກົນ​ຢູ່​ຝລັ່ງ​ກ່ຽວ​ກັບ​ຊາວຫວຽດນາມ ​ແລະ ຊຸດ​ອາພອນ​ປະຈຳເຜົ່າ​ຫວຽດນາມ ຈຳນວນ​ໜຶ່ງ. ງານ​​ໄດ້​ຈັດວາງສະ​ແດງ​ກ່ຽວ​ກັບ​ວັດທະນະທຳ​ສະ​ເພາະ​ຂອງ​ຫວຽດນາມ, ດ້ວຍ​ບັນດາ​ຊຸດ​ອາພອນ​ທີ່​ມີສີສັນຫຼາກ​ຫຼາຍຂອງ​ບັນດາ​ເຜົ່າ​ສ່ວນໜ້ອຍ​ຄື, ​ຜູ້ໄທ, ​​ໄຕ່, ນຸ່ງ, ຢາ​ວ, ຮ່າ​ຍີ່… ​ເຊິ່ງ​ດຳລົງ​ຊີວິດ​ຢູ່​ບັນ​ເຂດ​ພາກ​ທີ່ແຕກ​ຕ່າງ​ກັນ​ໃນ​ປະ​ເທດ​ຫວຽດນາມ, ສະ​ແດງ​ໃຫ້​ເຫັນມູນ​ເຊື້ອ ດ້ວຍ​ຮິດຄອງ​ປະ​ເພນີ, ຄວາມ​ເຊື່ອ​ຖື, ຄວາມ​ງາມ ​ແລະ ຈິດ​ໃຈ​ຂອງ​ບັນດາ​ເຜົ່າ​ຫວຽດນາມ, ງານ​ວາງສະ​ແດງ​ກໍ​ໄດ້​ສະ​ແດງ​ຊຸດ​​ເສື້ອ​ຍາວ​ຂອງ​​ເຜົ​່າ ກິ​ງ, ທີ່​ເປັນ​ສັນຍາ​ລັກ​ພົ້ນ​ເດັ່ນ ​ແລະ ຕາງ​ໜ້າ​ໃຫ້​ແກ່​ສີສັນ​ວັດທະນະທຳ​ຫວຽດນາມ. ບັນດາ​ເພື່ອ​ນມິດ​ຝລັງ ທີ່​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ບັນດາ​ພາບ​ພົດ​ດັ່ງກ່າວ​ໄດ້​ປະກອບສ່ວນ​ສ້າງ​ຄວາມ​ປະ​ທັບ​ໃຈ​​ພິ​ເສດ​ໃຫ້​ນັກ​ທ່ອງ​ທ່ຽວ​ທີ່​​ມາຢ້ຽມຢາມ​ຫວຽ​ດນາມ.

ຂ່າວ/ບົດ​ອື່ນ