ໄຂງານວາງສະແດງ “ບົດເພງມະຫາໄຊລະດູຫນາວປີ1946”

ໄຂງານວາງສະແດງ “ບົດເພງມະຫາໄຊລະດູຫນາວປີ1946” - ảnh 1
ໄຂ​ງານ​ວາງ​ສ​ະ​ແດງດ້ວຍ​ຫົວ​ຂໍ້​ວ່າ: ​ບົດ​ເພງມະ​ຫາ​ໄຊ​
ລະ​ດູ​ຫນາວ​ປີ 1946”
ພາບ:

(vovworld)-  ເພື່ອ​ເປັນ​ການ ສະ​ເຫລີມ​ສະ​ຫລອງ 70 ປີ​ແຫ່ງວັນ​ທົ່ວ​ປະ​ເທດ​ເຂົ້າ​ຮ່ວມ​ການ​ຕໍ່​ຕ້ານ (19/12/1946-19/12/2016), ຕອນ​ບ່າຍ​ວັນ​ທີ 12/12 ຢູ່ ຮ່າ​ໂນ້ຍ ໄດ້​ໄຂ​ງານ​ວາງ​ສ​ະ​ແດງດ້ວຍ​ຫົວ​ຂໍ້​ວ່າ: ​ບົດ​ເພງມະ​ຫາ​ໄຊ​ລະ​ດູ​ຫນາວ​ປີ 1946”. ດ້ວຍ​ຮູ​ບ​ພາບ, ເອ​ກະ​ສານ, ວັດ​​ຖຸ​ພັນ​ອັນ​ລ້ຳ​ຄ່າ ເກືອບ 300 ຢ່າງ ໄດ້​ວາດ​ພາບ​ກ່ຽວ​ກັບ​ເຫດ​ການ​ທົ່ວ​ປະ​ເທດ​ເຂົ້າ​ຮ​່ວມ​ການ​ຕໍ່​ຕ້ານ​ເມື່ອປີ 1946 ຂອງກອງ​ທັບ ແລະ ປະ​ຊາ​ຊົນ​ຫວຽດ​ນາມ, ພິ​ເສດ​ແມ່ນ​ທະ​ຫານ ແລະ ປະ​ຊາ​ຊົນ​ນະ​ຄອນ​ຫລວງ ຊື່ງ​ແມ່ນ​ສະ​ຖານ​ທີ່​ເລີ່ມ​ຕົ້ນ​ການ​ຕໍ່​ຕ້ານ​ໃນ​ທົ່ວ​ປະ​ເທດ. ພັນ​ເອກ ຫງວຽນ​ຈ້ອງ​ຮ່າມ, ອະ​ດີດ​ຮອງ​ເສ​ນາ​ທິ​ການກອງ​ບັນ​ຊາ​ການ​ທະ​ຫານ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ແບ່ງ​ປັນ​ວ່າ:

“ງານ​ວາງ​ສະ​ແດງ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ປະ​ຊາ​ຊົນ​ທຸກ​ຄົນ​ເຫັນ​ໄດ້​ຈິດ​ໃຈ, ຄວາມ​ໝາຍ​ຂອງ​ຊຸມມື້​ຕົ້ນ​ໄລ​ຍະ​ຕໍ່​ຕ້ານ, ເປັນ​ປະ​ຖົມ​ປັດ​ໄຈ​ໃຫ້​ແກ່​ກິດ​ຈະ​ການ​ປົດ​ປ່ອຍ​ຊາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ເມື່ອ​ວັນ​ທີ 30/4/1975, ຮັກ​ສາ​ເອ​ກະ​ລາດ​ຂອງ​ຊາດ.ງ ານ​ວາງ​ສະ​ແດງ​ກໍ​ເພື່ອ​ໃຫ້​ທຸກ​ຄົນ​ຫວນ​ຄືນ​ມູນ​ເຊື້ອ​ປະ​ຕິ​ວັດ​ຂອງ​ຄົນ​ລຸ້ນ​ກ່ອນ, ມີ​ສະ​ຕິ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຮັກ​ສາ ແລະ ສ້າງ​ສາ, ປົກ​ປັກ​ຮັກ​ສາ​ພື້ນ​ຖານ​ເອ​ກະ​ລາດ​ຂອງ​ຊາດ.”


ຕອບກັບ

ຂ່າວ/ບົດ​ອື່ນ