ໄຂງານວາງສະແດງ “ປະທານ ໂຮ່ຈີມິນ ແລະ ປະເທດ ຝລັ່ງ”

(VOVWORLD) - ງານວາງສະແດງແມ່ນໂອກາດເພື່ອໃຫ້ເພື່ອນມິດ ຝລັ່ງ ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບປະທານ ໂຮ່ຈີມິນ
ໄຂງານວາງສະແດງ “ປະທານ ໂຮ່ຈີມິນ ແລະ ປະເທດ ຝລັ່ງ” - ảnh 1(ພິທີໄຂງານວາງສະແດງ)

ວັນທີ 28 ພຶດສະພາ, ຢູ່ສວນສາທາລະນະ Montreau, ນະຄອນ Montreuil, ປະເທດ ຝລັ່ງ, ສະຖານທູດ ຫວຽດນາມ ສົມທົບກັບເຂດອະນຸສອນສະຖານປະທານ ໂຮ່ຈີມິນ ໃນບໍລິເວນທຳນຽບປະທານປະເທດ, ອຳນາດການປົກຄອງນະຄອນ Montreuil ແລະ ຫໍພິພິຕະພັນປະຫວັດສາດມີຊີວິດ ໄດ້ໄຂງານວາງສະແດງ “ປະທານ ໂຮ່ຈີມິນ ກັບປະເທດ ຝລັ່ງ”. ງານວາງສະແດງໄດ້ແນະນຳພາບຖ່າຍ, ເອກະສານເກືອບ 200 ຢ່າງກ່ຽວກັບຊີວິດ, ພາລະກິດຂອງປະທານ ໂຮ່ຈີມິນ.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ດິງຕວານທັງ ເນັ້ນໜັກວ່າ, ງານວາງສະແດງແມ່ນໂອກາດເພື່ອໃຫ້ເພື່ອນມິດ ຝລັ່ງ ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບປະທານ ໂຮ່ຈີມິນ, ພ້ອມທັງກໍ່ແມ່ນການເຄື່ອນໄຫວເປີດສາກໃຫ້ແກ່ບັນດາເຫດການສຳຄັນ: ເດີນຕາມຮ່ອງຮອຍປະທານ ໂຮ່ຈີມິນ ໃນທົ່ວເຂດພາກຂອງ ຝລັ່ງ. ສ່ວນທ່ານຫົວໜ້າຫໍພິພິຕະພັນປະຫວັດສາດມີຊີວິດ Éric Lafon ໃຫ້ຮູ້ວ່າ, ຫໍພິພິຕະພັນຍາມໃດກໍ່ສະຫງວນຫ້ອງໜຶ່ງເພື່ອເກັບຮັກສາ ແລະ ວາງສະແດງບັນດາພາບຖ່າຍ, ວັດຖຸພັນອັນລ້ຳຄ່າກ່ຽວກັບຊີວິດການເຄື່ອນໄຫວຂອງປະທານ ໂຮ່ຈີມິນ ໃນຊຸມເດືອນປີຢູ່ ຝລັ່ງ.

        “ສິ່ງທີ່ເຮັດໃຫ້ພວກຂ້າພະເຈົ້າມີຄວາມຕື້ນຕັນໃຈເມື່ອຄິດເຖິງປະທານ ໂຮ່ຈີມິນ, ນັ້ນແມ່ນຄຸນຄ່າຂອງນ້ຳໃຈເມດຕາປານີ, ນ້ຳໃຈຮັກຊາດ ແລະ ຄວາມຕັດສິນໃຈປົກປັກຮັກສາປະເທດຊາດ, ຍາດເອົາເອກະລາດມາໃຫ້ປະເທດຊາດ. ປະທານ ໂຮ່ຈີມິນ ແລະ ບັນດາສະຫາຍຂອງຕົນໄດ້ຊ່ວຍໃຫ້ປະຊາຊົນ ຝລັ່ງ ຫວນຄືນວ່າ ເຂົາເຈົ້າກໍ່ເຄີຍຕໍ່ສູ້ເພື່ອຍາດເອົາເອກະລາດ ແລະ ປົກປັກຮັກສາຜືນແຜ່ນດິນຢ່າງຄົບຖ້ວນ ຕໍ່ໜ້າປົກຄອບຂອງຊາວ ເຢຍລະມັນ”.

ຕອບກັບ

ຂ່າວ/ບົດ​ອື່ນ