ໄຂງານວາງສະແດງ “ພົນເອກ ຫງວຽນຈິ໋ແທງ - ຊີວິດ ແລະ ພາລະກິດ”

ໄຂງານວາງສະແດງ “ພົນເອກ ຫງວຽນຈິ໋ແທງ - ຊີວິດ ແລະ ພາລະກິດ” - ảnh 1
ງານ​ວາງສະ​ແດງ​ໄດ້ວາງ​ສະ​ແດງ
“ພົນ​ເອກ ຫງວຽນ​ຈິ໋​​ແທງ - ຊີວິດ ​ແລະ ພາລະກິດ”
(ພາບ: vtc.vn)


(vovworld) - ​ເພື່ອ​ມຸ່ງ​ໄປ​ເຖິງ​ການສະ​ເຫຼີ​ມສະຫຼອງ 100 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງ ພົນ​ເອກ ຫງວຽນ​ຈິ໋​​ແທງ (01/01/1914 – 01/01/2014), ວັນ​ທີ 21/12, ຢູ່​ແຂວງ​ແທງ​ຮ໋ວາ ​ໄດ້ຈັດ​ພິທີ​ໄຂ​ງານ​ວາງສະ​ແດງ​ປື້​ມ, ໜັງ​ສື​ພິມ ​ແລະ ຮູບ​ຖ່າຍ “ພົນ​ເອກ ຫງວຽນ​ຈິ໋​​ແທງ - ຊີວິດ ​ແລະ ພາລະກິດ”. ງານ​ວາງສະ​ແດງ​ໄດ້ວາງ​ສະ​ແດງ​ຮູບ​ຖ່າຍ 250 ​ແຜ່ນ, ປື້ມ 160 ຫົວ, ພ້ອມ​ກັບໜັງສືພິມ ​ແລະ ​ເອກະສານຫຼາຍ​ສະບັບ, ຜ່ານ​ນັ້ນ​ໄດ້​ວາດ​ພາບ​ເຖິງບັນດາ​ຂີດ​ໝາຍ​ສຳຄັນ​ໃນ​ຊີວິດ ​ແລະ ພາລະກິດຂອງ​ພົນ​ເອກ ນັບ​ແຕ່​ຄາວ​ເຍົາ​ໄວ​ຕະຫຼອດຮອດ​ເວລາ​ເຖິງ​ແກ່​ມໍລະນະ​ກຳ (1967) ດ້ວຍ​ 4 ​ຫົວຂໍ້​ໃຫຍ່ຄື: ບ້ານ​ເກີດ​ເມືອງ​ນອນ, ຄອບຄົວ ​ແລະ ​ຄາວ​ເຍົາ​ໄວ​ຂອງພົນ​ເອກ ຫງວຽນ​ຈິ໋​​ແທງ; ພົນ​ເອກ ຫງວຽນ​ຈິ໋​​ແທງ, ​ແມ່ນນັກ​ການ​ເມືອງ ​ແລະ ການ​ທະຫານ​ທີ່​ປິ​ຊາ​ສາມາດ; ​ເປັນ​ລູກ​ຮັກ​ຫຼານ​ແພງ​ຂອງບ້ານ​ເກີດ​ເມືອງ​ນອນ​ແທງ​ຮ໋ວາ.

        ​ໃນ​ດວງ​ໃຈ​ຂອງ​ປະຊາຊົນ​ແທງ​ຮ໋ວາ, ພົນ​ເອກ ຫງວຽນ​ຈິ໋​​ແທງ ​ແມ່ນ​ຜູ້​ທີ່ລຽບ​ງ່າຍ, ​ໃກ້ຊິດ​ສະໜິດສະໜົມ, ມີ​ຄວາມຮັກ​ແຮງ, ​ເຄົາລົບ​ປະຊາຊົນ.

ຂ່າວ/ບົດ​ອື່ນ