ໄຂງານວາງສະແດງ “ສາຍໃຈ” ຫວຽດນາມ - ລັດເຊຍ

ໄຂງານວາງສະແດງ “ສາຍໃຈ” ຫວຽດນາມ - ລັດເຊຍ - ảnh 1
ງານ​ວາງສະ​ແດງ​ “ສາຍ​ໃຈ” ຫວຽດນາມ - ລັດ​ເຊຍ ຖືກ​ດຳ​ເນີນ​ໄປ​ໃນ​ຕອນ​ຄຳ່​ວັນ​ທີ 24/10
(ພາບ: Thanh Hà/TTXVN)

(vovworld) – ງານ​ວາງສະ​ແດງ​ “ສາຍ​ໃຈ” ຫວຽດນາມ - ລັດ​ເຊຍ ຖືກ​ດຳ​ເນີນ​ໄປ​ໃນ​ຕອນ​ຄຳ່​ວັນ​ທີ 24/10, ຢູ່ ຮ່າ​ໂນ້ຍ, ​ໂດຍ​ສະມາຄົມ​ມິດຕະພາບ​ຫວຽດນາມ - ສະຫະພັນ ລັດ​ເຊຍ ສູນ​ກາງ ​ແລະ ຮ່າ​ໂນ້ຍ, ກອງ​ທຶນ​ໜູນ​ຊ່ວຍ​ໂຄສະນາ​ວັດທະນະທຳ ຫວຽດນາມ, ວັດທະນະທຳ ລັດ​ເຊຍ, ສູນ​ວິ​ທະຍາ​ສາດ - ວັດທະນະທຳ ລັດ​ເຊຍ ປະຈຳ ຫວຽດນາມ ສົມທົບ​ກັນ​ຈັດ​ຕັ້ງຂຶ້ນ. ງານ​ວາງສະ​ແດງ​ໄດ້​ວາງສະ​ແດງ​ສິ່ງ​ພິມປະມານ 40 ຢ່າງ, ​ເຊິ່ງ​ແມ່ນ​ບັນດາ​ຮູບ​ພາບ, ບົດ​ກະ​ວີ, ບົດ​ໜັງສືພິມ​ຂ​ອງບັນດາ​ນັກ​ປະພັນ​ທີ່​ດີ​ເດັ່ນ​ຂອງ ຫວຽດນາມ ​ແລະ ລັດ​ເຊຍ ທີ່​ໄດ້​ແປ​ຈາກ​ພາສາ​ ລັດ​ເຊຍ ອອກ​ເປັນ​ພາສາ ຫວຽດນາມ ​ແລະ ກົງກັນ​ຂ້າມ ​ແລະ ​ໄດ້​ລົງ​ພິມ​ໃນ​ໜັງສືພິມ, ວາລະ​ສານ​ຂອງ 2 ປະ​ເທດ. ຫົວ​ຂໍ້​ຂອງ​ງານ​ວາງສະ​ແດງ​ໄດ້​ສຸມ​ໃສ່​ເຂົ້າ​ໃນ 6 ​ເນື້ອ​ໃນ​ຄື: ດາວ​ຄຳ​ແດນ ຫວຽດ, ມວນ​ມະນຸດ​ຄິດ​ເຖິງ​​ເລ​ນີນ​ຕະຫຼອດ​ໄປ, ​ເດືອນ ຕຸລາ - ບົດ​ກະວີ, ຄວາມ​ເຈັບ​ປວດບໍ່​ສະ​ເພາະ​ຂອງ​ໃຜ ​ແລະ ອື່ນ​ໆ.​ ຜູ້ອຳນວຍການ​ສູນ​ວິທະຍາສາດ ​ແລະ ວັດທະນະທຳ​ລັດ​ເຊຍ ຢູ່ ຫວຽດນາມ ທ່ານ Alexey Levrenev ຕີ​ລາຄາ​ສູງ​ຫົວຄິດ​ປະດິດ​ສ້າງ​ຈັດ​ຕັ້ງ​ງານ​ວາງສະ​ແດງ, ພ້ອມ​ທັງ​ຢືນຢັນ​ການ​ເຄື່ອນ​ໄຫວ​ນີ້​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ, ພັດທະນາ, ປັບປຸງ ​ແລ​ະ ​ເປີດ​ກ້ວາງ​ການ​ພົວພັນ​ມິດຕະພາບ ລັກ​ເຊຍ - ຫວຽດນາມ.

ຂ່າວ/ບົດ​ອື່ນ