ໄຂງານວາງສະແດງ “ສາຍໃຈຫວຽດ - ລາວ”

ໄຂງານວາງສະແດງ “ສາຍໃຈຫວຽດ - ລາວ” - ảnh 1
( ພາບປະກອບ )

(vovworld) -     ​ ​ເພື່ອ​​ເປັນ​ການສະ​ເຫຼີ​ມສະຫຼອງ​ປີ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ 2012, ຕອນ​ບ່າຍ​ວັນ​ທີ 15/8, ຢູ່​ທີ່​ຮ່າ​ໂນ້ຍ, ຫໍພິພິດ​ຕະພັນ​ປະຫວັດສາດ​ການ​ທະ​ຫານ​ຫວຽດນາມ ​ໄດ້​ສົມ​ທົບ​ກັບ​ຫໍພິພິດ​ຕະພັນ​ພະລາທິການ ​ໄຂ​ງານ​ວາງສະ​ແດງ​ດ້ວຍ​ຫົວ​ຂ້ໍວ່າ “ສາຍ​ໃຈ​ຫວຽດ - ລາວ”. ງານ​ວາງສະ​ແດງຄັ້ງ​ນີ້​ໄດ້​ແນະນຳ​ຮູບ​ຖ່າຍ, ວັດຖຸ​ພັນ​ທີ່​ດີ​ເດັ່ນ​ກວ່າ 300 ຢ່າງ ​ເຊິ່ງ​ໄດ້ສອງ​ແສງ​​ເຖິງສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ໃນ​ການ​ຕໍ່ສູ້ ​ແລະ ການຮ່ວມ​ມື​ຢ່າງຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ, ສອງ​ກອງທັບ ​ແລະ ປະຊາຊົນ​ສອງ​ປະ​ເທ​ດຫວຽດນາມ - ລາວ. ງານ​ວາງສະ​ແດງ​ໄດ້​ແບ່ງ​ເປັນ 3 ພາກ. ພາກ​ທຳ​ອິດ​ແມ່ນ: ພັກ, ລັດ, ກອງທັບ​ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ - ລາວ ພ້ອມ​ກັນ​ສ້າງສາ​ຍພົວ​ພັນ​ສາມັກ​ຄີ​ແບບ​ພິ​ເສດ. ພາກ​ທີ່ 2 ​ແມ່ນ: ສາມັກຄີ, ພ້ອມ​ກັນ​ສູ້​ຮົບ​ໃນ​ສົງ​ຄາມ​ປົດ​ປ່ອຍຊາດ​ຂອງ​ສອງ​ປະ​ເທດ​ຫວຽດນາມ - ລາວ (1945 - 1975). ພາກ​ທີ່ 3 ​ແມ່ນ: ການ​ຮ່ວມ​ມື​ຢ່າງຮອບດ້ານ​ລະຫວ່າງ​ຫວຽດນາມ - ລາວ. ງານ​ວາງສະ​ແດງ​ຈະ​​ແກ່ຍາວ​ຮອດ​ວັນ​ທີ 15/9/2012 ຈຶ່ງ​ຈະ​ອັດ​ລົງ.

ຂ່າວ/ບົດ​ອື່ນ