ໄຂ​ງານ​ວາງ​ສະ​ແດງ “ຫຼີ​ເຊີນ-ມູນ​ມໍ​ລະ​ດົກ​ງານ​ບຸນ, ທໍ​ລະ​ນີ​ສາດ​ທີ່ຍອດ​ຍິ່ງ”

(VOVWORLD) - ງານວາງສະແດງ “ຫຼີເຊີນ-ມູນມໍລະດົກງານບຸນ, ທໍລະນີສາດທີ່ຍອດຍິ່ງ” ໄດ້ໄຂຂຶ້ນໃນວັນທີ 21 ມິຖຸນາ, ຢູ່ຫໍວາງສະແດງໃນເມືອງເກາະຫຼີເຊີນ ຂວາງກວາງຫງ໋າຍ. ນີ້ແມ່ນການເຄື່ອນໄຫວທຳອິດໃນຂອບເຂດສັບປະດາວັດທະນະທຳ-ການທ່ອງທ່ຽວເມືອງຫຼີເຊີນ ຄັ້ງທີ 2.
ໄຂ​ງານ​ວາງ​ສະ​ແດງ “ຫຼີ​ເຊີນ-ມູນ​ມໍ​ລະ​ດົກ​ງານ​ບຸນ, ທໍ​ລະ​ນີ​ສາດ​ທີ່ຍອດ​ຍິ່ງ” - ảnh 1

       ງານວາງສະແດງ “ຫຼີເຊີນ-ມູນມໍລະດົກງານບຸນ, ທໍລະນີສາດທີ່ຍອດຍິ່ງ” ໄດ້ນຳມາວາງສະແດງຮູບພາບ 100 ແຜ່ນ ແລະ ວັດຖຸພັນ 100 ຊີ້ນໂດຍນັກຖ່າຍຮູບ ຫງວຽນອາ ແລະ ບັນດານັກວິທະຍາສາດຄົ້ນພົບ ຈະແນະນຳຕໍ່ແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດກ່ຽວກັບທໍລະນີສາດ, ປະຫວັດຄວາມເປັນມາຂອງເມືອງເກາະຫລີເຊີນ ບົນເສັ້ນທາງແຫ່ງການປ່ຽນແປງໃໝ່ ແລະ ພັດທະນາ. ບັນດາຮູບພາບກ່ຽວກັບເອກະສານ, ແຜນທີ່ກ່ຽວກັບຮ່ວາງຊາ, ເຈື່ອງຊາ-ບັນດາພະຍານຫຼັກຖານດ້ານກົດໝາຍຢັ້ງຢືນອະທິປະໄຕຜືນແຜ່ນດິນອັນສັກກະລະບູຊາຂອງປະເທດຫວຽດນາມ. ທ່ານຫງວຽນວັນຕຽນ ແຂກທ່ອງທ່ຽວມາຈາກນະຄອນດົງຮ່າ ແຂວງກວາງຈິ ເວົ້າວ່າ:

  ຜ່ານບັນດາຮູບພາບ ແລະ ວັດບຸພັນໄດ້ສະແດງຢູ່ທີ່ນີ້ກໍ່ເຫັນໄດ້ວ່າ ເກາະຫຼີເຊີນສວຍງາມທີ່ສຸດ, ຮູບພາບຄົບຖ້ວນ, ນັບທັງຊາວຫຼີເຊີນ ຕະຫຼອດຮອດທໍລະນີສາດ, ປະຫວັດສາດ, ວັດທະນະທຳ… ຊາວຫຼີເຊີນ ມີຄວາມສະໜິດສະໜົມ, ຖ້າໃຜຍັງບໍ່ທັນໄດ້ໄປ ກໍ່ຄວນໄປຢ້ຽມຢາມຈັກເທື່ອລອງເບິ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ