ໄຂງານວາງສະແດງ “ເສັ້ນທາງໂຮ່ຈີມິນແຫ່ງເທບນິຍາຍ”ໃນເຂດດິນແດນລາວໄລຍະ1961-1975

ໄຂງານວາງສະແດງ “ເສັ້ນທາງໂຮ່ຈີມິນແຫ່ງເທບນິຍາຍ”ໃນເຂດດິນແດນລາວໄລຍະ1961-1975 - ảnh 1
ພິ​ທີ​ຕັດ​ແຖບ​ຜ້າ​ໄຂ​ງານ​ວາງ​ສະ​ແດງ

(vovworld) – ​ ງານ​ວາງ​ສະ​ແດງ “ເສັ້ນ​ທາງ​ໂຮ່​ຈີ​ມິນ​​ແຫ່ງ​ເທບ​ນິ​ຍາຍ” ໃນ​ເຂດ​ດິນ​ແດນ​ລາວ​ໄລ​ຍະ 1961-1975 ​ໄດ້​ໄຂ​ຂຶ້ນ​ໃນ​ຕອ​ນ​ເຊົ້າ​ວັນ​ທີ 12/10, ຢູ່​ແຂວງ ສະ​ຫວັນ​ນະ​ເຂດ, ທາງ​ພາກ​ກາງ​ລາວ, ໂດຍ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ລາວ, ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ​ແຂວງ ສະ​ຫວັນ​ນະ​ເຂດ ແລະ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລາວ, ສົມ​ທົບ​ກັນຈັດ​ຕັ້ງຂຶ້ນ, ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 55 ປີ​ແຫ່ງວັນ​ເປີດ​ເສັ້ນ​ທາງ ໄຕ​ເຈື່ອ​ງ​ເຊ​ີນ (ໝາຍ​ເຖິງ​ສາຍ​ພູຫຼວງ​ເບື້ອງ​ຕາ​ເວັນ​ຕົກ) (1961 – 2016). ງານ​ວາງ​ສະ​ແດງ​ໄດ້​ວາດ​ພາບ​ໄລ​ຍະ​ທີ່​ພິ​ລະ​ອາດ​ຫານ​ໃນ​ປະ​ຫວັດ​ສາດ​ພ້ອມ​ກັນ​ຕໍ່​ສູ້ ແລະ ພ້ອມ​ກັນຍາດ​ໄດ້​ໄຊ​ຊະ​ນະ​ຂອງ​ປະ​ຊາ​ຊົນ ແລະ ກອງ​ທັບ​ປະ​ຊາ​ຊົນ 2 ປະ​ເທດ ຫວຽດ​ນາມ ແລະ ລາວ ພາຍ​ໃຕ້​ການ​ຊີ້​ນຳ​ນ​ຳ​ພາ​ຂ​ອງ​ພັກ​ແຮງ​ງານ ຫວຽດ​ນາມ ( ປະ​ຈຸ​ບັນ​ແມ່ນ​ພັກ​ກອມ​ມູ​ນິດ ຫວຽດ​ນາມ) ແລະ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ, ແລະ ດ້ວຍ​ການ​ສ​ະ​ໜັບ​ສະ​ໜູນ, ການ​ຊ່ວຍ​ເຫຼືອ​ອັນ​ໃຫຍ່ຫຼວງ​ຂອງ​ເພື່ອນ​ມິດ​ສາ​ກົນ ແລະ ປະ​ຊາ​ຊົນ​ຜູ້​ຮັກ​ຫອມ​ສັນ​ຕິ​ພາບ ແລະ ຄວາມ​ຍຸ​ຕິ​ທຳ​ໃນ​ທົ່ວ​ໂລກ. ໃນ​ຈຳ​ນວນ​ບັນ​ດາ​ຮູບ​ພາບ​ທີ່​ໄດ້​ນຳ​ມາ​ວາງ​ສະ​ແດງ​ທີ່​ງານ​ວາງ​ສະ​ແດງ​ຄັ້ງ​ນີ້ ມີຮູບ​ຖ່າຍ​ຫຼາຍແຜ່ນ​ເປັນ​ຄັ້ງ​ທຳ​ອິດ​ໄດ້​ແນະ​ນຳ​ຢ່າງ​ກ້​ວາງ​ຂວາງ​ເຖິງ​ມະ​ຫາ​ຊົນ, ພິ​ເສດ​ແມ່ນ​ກ່ຽວ​ກັບ​ແຜນ​ທີ່​ກ່ຽວ​ກັບ​ເສັ້ນ​ທາງ ໂຮ່​ຈີ​ມິນ - ໄຕ​ເຈື່ອງ​ເຊ​ີນ, ໂດຍ​ບັນ​ດາ​ນັກ​ຮົບ​ເກົ່າ ເຈື່ອງ​ເຊ​ີນ ວາດ​ພາບ​ບົນ​ພື້ນ​ຖານ​ບັນ​ດາ​ເອ​ກະ​ສານ ແລະ ຄວາມ​​ຊົງ​ຈຳ​ແຫ່ງ​ປະ​ຫວັດ​ສາດ.

                                                   


ຂ່າວ/ບົດ​ອື່ນ