ໄຂງານວາງສະແດງ“70ປີແຫ່ງບັນຍາກາດວັນການປະຕິວັດເດືອນ8ແລະວັນຊາດທີ2/9“

ໄຂງານວາງສະແດງ“70ປີແຫ່ງບັນຍາກາດວັນການປະຕິວັດເດືອນ8ແລະວັນຊາດທີ2/9“ - ảnh 1
(ພາບປະກອບ)

(vovworld) - ງານ​ວາງສະ​ແດງ “70 ປີ​ແຫ່ງບັນຍາກາດວັນ​ການ​ປະຕິວັດ​ເດືອນ 8​ ແລະວັນຊາດ​ທີ 2/9“ ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 30/8 ຢູ່​ຖະໜົນ ຫງວຽນ​ເຫ໋ວ, ນະຄອນ ​ໂຮ່ຈີ​ມິນ, ຮູບ​ພາບ 1.500 ​ແຜ່ນ​ທີ່​ວາງສະ​ແດງ​ຢູ່ທີ່​ນີ້ ​ໄດ້​ລວບ​ລວມປະຫວັດສາດ​ແຫ່ງ​ການ​ຕໍ່ສູ້​ປະຕິວັດ​ຂອງ​ປະຊາຊົນ​ ນັບ​ແຕ່​ພັກ​ກອມ​ມູນິດ ຫວຽດນາມ ​ໄດ້​ຮັບ​ການ​ສ້າງ​ຕັ້ງ (3/2/1930); ການ​ລຸກ​ຮຶ້ຂຶ້ນ​ໃນ​ທົ່ວ​ປະ​ເທດ​ເພື່ອ​ຢືດ​ເອົາ​ອຳນາດ​ການ​ປົກຄອງ​ໃນ​ເດືອນ 8/1945 ​ແລະ ການ​ສະຖາປະນາ​ປະ​ເທດ ສປ ຫ​ວຽດນາມ.

​ ໃນການ​ເຄື່ອນ​ໄຫວ​​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ການ​ປະຕິວັດ​ເດືອນ 8​ ແລະ ວັນຊາດ​ທີ 2/9 ຢູ່​ຖະໜົນ ດົ່ງ​ເຂີຍ - ຫງວຽນ​ຢູ, ຄະນະ​ຈັດ​ຕັ້ງ​ກໍ່​ວາງສະ​ແດງ​ຮູບ​ພາບ 30 ກວ່າ​ແຜ່ນ ທີ່​ເວົ້າ​ເຖິງ​ຜົນງານ​ແຫ່ງ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ນະຄອນ ​ໂຮ່ຈີ​ມິນ ພາຍຫຼັງ 40 ປີ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ.

ຂ່າວ/ບົດ​ອື່ນ