ໄຂງານວາງສະແດງການທ່ອງທ່ຽວສາກົນ“3ປະເທດ,ຈຸດມັດພົບດຽວ”

ໄຂງານວາງສະແດງການທ່ອງທ່ຽວສາກົນ“3ປະເທດ,ຈຸດມັດພົບດຽວ” - ảnh 1
​ໄຂ​ງານ​ວາງສະ​ແດງ​ການທ່ອງ​ທ່ຽວ​ສາກົນ​ເຂດ​ສາມ​
ຫຼ່ຽມພັດທະນາ ຫວຽດນາມ, ລາວ, ກຳປູ​ເຈ​ຍ
(ພາບ:baogiaothong.vn)

(vovworld) –​​​ ​ ຕອນ​ບ່າຍ​ວັນ​ທີ 11/9, ກະຊວງ​ວັດທະນະທຳ - ກິລາ ​ແລະ ທ່ອງ​ທ່ຽວ ສົມທົບ​ກັບ​ຄະນະ​ປະສານ​ງານ​ເຂດ​ແຄມ​ທະ​ເລ​ພາກ​ກາງ ​ແລະ ຄະນະ​ກຳມະການ​ປະຊາຊົນ​​ແຂວງ ບິ່ງ​ທ້ວນ ​ໄຂ​ງານ​ວາງສະ​ແດງ​ການທ່ອງ​ທ່ຽວ​ສາກົນ​ເຂດ​ສາມ​ຫຼ່ຽມພັດທະນາ ຫວຽດນາມ, ລາວ, ກຳປູ​ເຈ​ຍ.

        ດ້ວຍ​ຫົວ​ຂໍ້ “3 ປະ​ເທດ, ຈຸດ​ມັດ​ພົບ​ດຽວ”, ງານ​ວາງສະ​ແດງ​ແນະນຳ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ແຮງ, ຜົນງານ​ທີ່​ດີ​ເດັ່ນ​ຂອງ 16 ​ແຂວງ, ນະ​ຄອນ ຢູ່ ຫວຽດນາມ ​ແລະ 2 ​ແຂວງ​ຂອງ​ພາກ​ໃຕ້ ລາວ ​ແລະ ຕາ​ເວັນ​ອອກສຽງ​ເໜືອ ກຳປູ​ເຈຍ ຜ່ານ​ບັນດາ​ຮູບ​ພາບ, ຮູບ​ເງົາ​ເອກະ​ສານ, ຜະລິດ​ຕະພັນ ​ແລະ ສິ່ງ​ພິມ​ຕ່າ​ງໆ. ຜ່ານ​ນັ້ນ, ບັນດາ​ທ້ອງ​ຖິ່ນ, ວິ​ສາ​ຫະກິດ ​ໄດ້ພົບ​ປະ, ​ແບ່ງປັນ​ຂໍ້​ມູນ​ຂ່າວ, ຮຽກຮ້ອງ​ການ​ຮ່ວມ​ມື​ລົງທຶນ ​ແລະ ພັດທະນາ​ໃນ​ຂົງ​ເຂດ ການ​ບໍລິການ, ການທ່ອງທ່ຽວ, ກໍ​ຄື​ການ​ແລກປ່ຽນ, ລົງ​ນາມ​ສັນຍາ​ຊື້​ຂາຍ​ຜະລິດ​ຕະພັນ, ຮ່ວມ​ສຳພັນ​​ພັດທະນາການທ່ອງທ່ຽວ​ລະຫວ່າງເຂດ. ທ່ານ ຫງວຽນ​ແທງ​ເຕີມ ຮອງ​ປະທານ​ຄະນະ​ກຳມະການ​ປະ​ຊາ​ຊົນ​ແຂວງ ບິ່ງ​ທ້ວນ ​ໃຫ້​ຮູ້​ວ່າ:

        “​ໃນ​ຄັ້ງ​ນີ້ບັນດາ​ເພື່ອນ ລາວ ​ແລະ ກຳປູ​ເຈຍ ​ໄດ້​ມາ​ເປັນຈຳນວນ​ຫລາຍບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ແນະນຳ, ​ໂຄສະນາ​ຢູ່​ງານ​ວາງສະ​ແດງ​ຄັ້ງ​ນີ້ ​ແມ່ນ​ດູດ​ດຶມ​ທີ່​ສຸດ. ພວກ​ເຮົາ​ຕ້ອງ​ຈັດ​ຕັ້ງ​ຮ່ວມ​ສຳພັນ​ເພື່ອ​ສ້າງ​​ບັນດາ​ຜະ​ລິດ​ຕະພັນ​ການທ່ອງທ່ຽວ​ທີ່​ມີ​ຄຸນຄ່າ​ສູງ​ຂອງ ຫວຽດນາມ ​ເວົ້າ​ລວມ ​ແລະ ບັນດາ​ແຂ​ວງພາກ​ກາງ, ​ໄຕ​ງວນ, ​ເຂດ​ຕາ​ເວັນ​ອອກສຽງ​ໃຕ້, ​ໃນ​ນັ້ນ​ມີ​ແຂວງ ບິ່ງ​ທ້ວນ”.

ຂ່າວ/ບົດ​ອື່ນ