ໄຂ​ງານ​ວາງ​ສະ​ແດງ​ຕະຫຼາດນັດ​ເຂດ​ຊາຍ​ແດນ ຫວຽດ​ນາມ - ຈີນ ຄັ້ງ​ທີ 15

(VOVWORLD) - ທ່ານ ໂຮ່ກວາງຮຸຍ, ປະທານຄະນະກຳມະການປະຊາຊົນນະຄອນ ມ້ອງກ້າຍ, ແຂວງກ໋ວາງນິງ ໃຫ້ຮູ້ວ່າ ງານຕະຫຼາດນັດ ແມ່ນການເຊື່ອມຕໍ່ດ້ວຍບາດກ້າວພັດທະນາໃນການພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີງາມລະຫວ່າງ ຫວຽດນາມ ແລະ ຈີນ
ໄຂ​ງານ​ວາງ​ສະ​ແດງ​ຕະຫຼາດນັດ​ເຂດ​ຊາຍ​ແດນ ຫວຽດ​ນາມ - ຈີນ ຄັ້ງ​ທີ 15 - ảnh 1ລາຍການສະແດງສິລະປະຢູ່ງານຕະຫຼາດນັດ (ພາບ: VOV)

ຕອນເຊົ້າວັນທີ 30 ພະຈິກ, ງານຕະຫຼາດນັດການຄ້າ - ການທ່ອງທ່ຽວສາກົນ ຫວຽດນາມ - ຈີນຄັ້ງທີ 15 ໄດ້ໄຂຂຶ້ນຢູ່ນະຄອນ ມ້ອງກ້າຍ, ແຂວງ ກ໋ວາງນິງ. ດ້ວຍຫົວຂໍ້ “ຮ່ວມມືມິດຕະພາບ - ເຊື່ອມຕໍ່ພັດທະນາ”, ງານຕະຫຼາດນັດແມ່ນການເຄື່ອນໄຫວລະດັບຊາດ ກ່ຽວກັບການສົ່ງເສີມການຄ້າ ປີ 2023. ງານຕະຫຼາດນັດ ມີຮ້ານວາງສະແດງກ່ວາ 400 ແຫ່ງ ເພື່ອແນະນຳຜະລິດຕະພັນກະເສດດີເດັ່ນ 2000 ຢ່າງຂອງ ປະມານ 30 ແຂວງ, ນະຄອນຢູ່ ຫວຽດນາມ ແລະ ຈີນ. ທ່ານ ໂຮ່ກວາງຮຸຍ, ປະທານຄະນະກຳມະການປະຊາຊົນນະຄອນ ມ້ອງກ້າຍ, ແຂວງກ໋ວາງນິງ ໃຫ້ຮູ້ວ່າ ງານຕະຫຼາດນັດ ແມ່ນການເຊື່ອມຕໍ່ດ້ວຍບາດກ້າວພັດທະນາໃນການພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີງາມລະຫວ່າງ ຫວຽດນາມ ແລະ ຈີນ ແລະ ແມ່ນຂົວເຊື່ອມຕໍ່ເພື່ອໃຫ້ບັນດາວິສາຫະກິດສອງປະເທດຊອກຫາຄູ່ຮ່ວມມືຮ່ວມດຳເນີນທຸລະກິດ, ເຊື່ອມຕໍ່ເປີດກວ້າງຕະຫຼາດ.

ຕອບກັບ

ຂ່າວ/ບົດ​ອື່ນ