ໄຂ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ ແລະ ບັນ​ດາ​ບົດ​ຂຽນ​ວັດ​ທະ​ນະ​ທຳ ກ່ຽວ​ກັບ​ການ​ພົວ​ພັນ​ມິດ​ຕະ​ພາບ ແທງ​ຮ​ວາ - ຫົວ​ພັນ

(VOVWORLD) -ຜ່ານງານວາງສະແດງ ຈະປະກອບສ່ວນເພີ່ມທະວີຄວາມເຂົ້າໃຈຢ່າງເລິກເຊິ່ງ ໃນຖັນແຖວພະນັກງງານ, ສະມາຊິກພັກ ແລະ ປະຊາຊົນ, ພິເສດແມ່ນຄົນລຸ້ນໜຸ່ມ ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບວິວັດແຫ່ງການກໍ່ສ້າງ ແລະ ພັດທະນາ ການພົວພັນພິເສດ ຫວຽດນາມ - ລາວ, ແທງຮວາ - ຫົວພັນ ໃນຂະບວນການຕໍ່ສູ້ປົດປ່ອຍຊາ
ໄຂ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ ແລະ ບັນ​ດາ​ບົດ​ຂຽນ​ວັດ​ທະ​ນະ​ທຳ ກ່ຽວ​ກັບ​ການ​ພົວ​ພັນ​ມິດ​ຕະ​ພາບ ແທງ​ຮ​ວາ - ຫົວ​ພັນ - ảnh 1ການນຳສອງແຂວງເຂົ້າຮ່ວມງານວາງສະແດງ (ພາບ: TTXVN)

ຕອນຄ່ຳວັນທີ 24 ສິງຫາ, ແຂວງແທງຮວາ ໄດ້ສົມທົບກັບແຂວງ ຫົວພັນ (ລາວ) ຈັດຕັ້ງງານວາງສະແດງພາບຖ່າຍ ແລະ ບັນດາບົດຂຽນວັດທະນະທຳກ່ຽວກັບການພົວພັນມິດຕະພາບ ລະຫວ່າງສອງແຂວງ ແທງຮວາ ແລະ ຫົວພັນ ດ້ວຍຫົວຂໍ້: ເຕັມໄປດ້ວຍນ້ຳໃຈໄມຕິຈິດມິດຕະພາບ ຫວຽດນາມ - ລາວ, ແທງຮວາ - ຫົວພັນ”. ງານວາງສະແດງໄດ້ແນະນຳພາບຖ່າຍ 200 ແຜ່ນ ແລະ ບົດຂຽນ ກ່ວາ 500 ບົດກ່ຽວກັບການພົວພັນຫວຽດນາມ - ລາວ, ແທງຮວາ -ຫົວພັນໃຫ້ຜູ້ຊົມ ເພື່ອແນໃສ່ໂຄສະນາກ່ຽວກັບພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ໃນໄລຍະຕໍ່ຕໍ່ສູ້ຍາດເອົາເອກະລາດ, ພາລະກິດແຫ່ງການກໍ່ສ້າງ, ພັດທະນາປະເທດຊາດ. ຜ່ານງານວາງສະແດງ ຈະປະກອບສ່ວນເພີ່ມທະວີຄວາມເຂົ້າໃຈຢ່າງເລິກເຊິ່ງ ໃນຖັນແຖວພະນັກງງານ, ສະມາຊິກພັກ ແລະ ປະຊາຊົນ, ພິເສດແມ່ນຄົນລຸ້ນໜຸ່ມ ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບວິວັດແຫ່ງການກໍ່ສ້າງ ແລະ ພັດທະນາ ການພົວພັນພິເສດ ຫວຽດນາມ - ລາວ, ແທງຮວາ - ຫົວພັນ ໃນຂະບວນການຕໍ່ສູ້ປົດປ່ອຍຊາດ, ກໍ່ຄືໃນພາລະກິດແຫ່ງການປ່ຽນແປງໃໝ່, ກໍ່ສ້າງບ້ານເກີດເມືອງນອນ, ປະເທດຊາດໃນປັດຈຸບັນ. ງານວາງສະແດງໄດ້ດຳເນີນແຕ່ວັນທີ 24 – 27 ສິງຫາ.

ຕອບກັບ

ຂ່າວ/ບົດ​ອື່ນ