ໄຂງານວາງສະແດງວິຈິດສິນພຸດທະສາສະໜາຍຸກປະຈຸບັນ

(VOVWORLD) - ຄະນະວັດທະນະທຳສູນກາງ - ສະມາຄົມພຸດທະສາສະໜາ ຫວຽດນາມ ຈັດຕັ້ງງານວາງສະແດງວິຈິດສິນມີຊື່ວ່າ “ງານວາງສະແດງວິຈິດສິນພຸດທະສາສະໜາຍຸກປະຈຸບັນ”. ງານວາງສະແດງໄດ້ແນະນຳພາບແຕ້ມ 51 ແຜ່ນ
ໄຂງານວາງສະແດງວິຈິດສິນພຸດທະສາສະໜາຍຸກປະຈຸບັນ - ảnh 1 ບັນດານັກສິລະປິນເຂົ້າຮ່ວມງານວາງສະແດງ

ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນພຸດທະສາສະໜາທົ່ວປະເທດຄັ້ງທີ 8 (ອາຍຸການ 2017 -2022), ຕອນຄ່ຳວັນທີ 19 ພະຈິກ, ຢູ່ຮ່າໂນ້ຍ, ຄະນະວັດທະນະທຳສູນກາງ - ສະມາຄົມພຸດທະສາສະໜາ ຫວຽດນາມ ຈັດຕັ້ງງານວາງສະແດງວິຈິດສິນມີຊື່ວ່າ “ງານວາງສະແດງວິຈິດສິນພຸດທະສາສະໜາຍຸກປະຈຸບັນ”. ງານວາງສະແດງໄດ້ແນະນຳພາບແຕ້ມ 51 ແຜ່ນ, ຮູບແກະຄວັດສະຫຼັກຂອງຈິດຕະກອນ, ພຸດທະສາສະນິກກະຊົນ, ນັກແກະສະຫຼັກ 60 ຄົນ ດ້ວຍບັນດາແງ່ມູມກ່ຽວກັບຄຸນຄ່າອັນດີງາມຂອງພຸດທະສາສະໜາໃນຊີວິດການເປັນຢູ່. ບັນດາຜະລິດຕະພັນນີ້ສ່ວນຫຼາຍແມ່ນໄດ້ຮັບການປະດິດໃນໄລຍະ 2010 – 2017 ດ້ວຍຫຼາຍວິທີ ສ້າງເປັນງານວາງສະແດງທີ່ມີຫຼາຍຮູບຫຼາບແບບ, ວິທີຫຼາຍວັດຖຸສ້າງຄວາມປະທັບໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ