ໄຂງານວາງສະແດງສົ່ງເສີມການລົງທຶນແຂວງກວາງນິນ ປີ 2012

ໄຂງານວາງສະແດງສົ່ງເສີມການລົງທຶນແຂວງກວາງນິນ ປີ 2012 - ảnh 1
ລາຍການສິລະປະໃນງານວາງສະແດງ
(ພາບ: baoquangninh.com.vn)

(vovworld) - ງານ​ວາງສະ​ແດງສົ່ງ​ເສີມ​ການ​ລົງທຶນ​ແຂວງ​ກວາງ​ນິນ ປີ 2012 ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 22/2 ຢູ່​ນະຄອນ​ຮ້າ​ລອງ. ນີ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ນອນ​ໃນ​ໂຄງການ​ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ ກວາງ​ນິນ ປີ 2012. “ງານ​ວາງສະ​ແດງ​ສົ່ງ​ເສີມ​ການ​ລົງທຶນ​ແຂວງ​ກວາງ​ນິນ ປີ 2012” ​ໄດ້​​ແນະນຳ​ບັນດາ​ໝາກຜົນ, ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ແຂວງ​ກວາງ​ນິນ, ບັນດາ​ທ່າ​ແຮງ​ກ່ຽວ​ກັບ​ແຫຼ່ງຊັບພະຍາກອນ, ຊັບພະຍາກອນ​ມະນຸດ, ພ້ອມ​ກັນ​ນັ້ນ​ກໍ​ເຮັດ​​ໃຫ້​ບັນດາ​ໂຄງການ, ​ແຜນຮ່າງ​ທີ່​ມີ​ຄວາມ​ສາມາດ​ເປັນ​ໄປ​ໄດ້​ໃນ​ການ​ດຶງ​ດູດ​​ເງິນ​ລົງ​ທຶນພົ້ນ​ເດັ່ນ​ຂຶ້ນ. ​ເພື່ອ​ແນ​ໃສ່​ຊີ້​ແຈ້ງ​ບັນດາ​ໂຄງການ, ນະ​ໂຍບາຍ, ມາດ​ຕະການ​ທີ່​ມີ​ລັກສະນະ​ບຸກທະລຸ, ສົມ​ກັບ​ທີ່​ຕັ້ງ​ບົດບາດ​ຂອງ​ແຂວງ​ກວາງ​ນິນ ​ໃນ​ການດຶງ​ດູດ​ບັນດາ​ນັກ​ລົງທຶນ. ທ່ານ​ ​ເຈີ​ນວັນ​ລ້ວນ​, ຮອງ​ຫົວໜ້າ​ພະ​ແນ​ກວັດທະນະທຳ - ກິ​ລາ - ທ່ອງ​ທ່ຽວ ​ແຂວງ​ກວາງ​ນິນ​ສະ​ແດງ​ຄວາມຫວັງ​ວ່າ: ບັນດາ​ນັກ​ລົງທຶນ​ຈະ​ມີ​ການ​ເລືອກ​ເຟັ້ນທິດ​ພັດທະນາ​ແບບ​ຍືນ​ຍົງ, ພິ​ເສດ​ແມ່ນ​ສຳລັບ​ຂະ​ແໜງ​ທ່ອງ​ທ່ຽວ, ທ່ານ​ເວົ້າ​ວ່າ:

“ຄະນະ​ກຳມະການ​ປະຊາຊົນ​ແຂວງ​ໄດ້​ຊີ້​ນຳ​ການວາງສະ​ແດງ​ນີ້​ຕ້ອງ​ຊີ​້​ໃຫ້​ເຫັນບັນດາ​ສະຖານ​ທີ່, ມາດ​ຕະການ, ​ເພື່ອ​ໃຫ້​ບັນດາ​ນັກ​ລົງທຶນ​ມີ​ຄວາມ​ເຂົ້າ​​ໃຈຕື່ມ​ກ່ຽວ​ກັບ​ສິດຜົນປະ​ໂຫຍ​ດ ​ແລະ ການ​ບຸລິມະສິດ​ໃນ​ການລົງທຶນ​ຢູ່​ແຂວງ ກວາງ​ນິນ ກໍ​ຄື​ຮູ້​​ແຈ້ງຄວາມ​ຮັບຜິດຊອບ​ທີ່​ມີ​ຕໍ່​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຂວງ. ງານ​ວາງສ​ະ​ແດງ​ຈະ​ປະກອບສ່ວນ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ລວມ. ​ແຫຼ່ງຊັບພະຍາກອນທຳ​ມະ​ຊາດ​ອາດ​ຈະບົກ​ແຫ້ງ​ໄປ, ​ແຕ່​ຊັບພະຍາກອນ​ເພື່ອ​ພັດທະ​ນາ​ການທ່ອງທ່ຽວ​ຢູ່​ແຂວງ​ກວາງ​ນິນ ​​ແມ່ນຍັງ​ມີ​ຕະຫຼອດ​ໄປ”

        ງານ​ວາງສະ​ແດງສົ່ງ​ເສີມ​ການ​ລົງ​ທຶ​ນ​ແຂວງ ກວາງ​ນິນ ປີ 2012 ​ແກ່ຍາວຮອດ​ວັນ​ທີ 26/2, ໝັ້ນ​ໝາຍ​ຈະ​ແມ່ນ​ບ່ອນ​ສະໜອງ​ຂໍ້​ມູນ​ຂ່າວ​ທີ່​ມີ​ປະ​ໂຫຍ​ດ​ໃຫ້​ແກ່​ບັນດາ​ນັກ​ລ​ົງທຶນ ​​ເຂົ້າ​ແຂວງ​ກວາງ​ນິນ.

ຂ່າວ/ບົດ​ອື່ນ