ໄຂງານວາງສະແດງສື່ມວນຊົນປະຕິວັດຫວຽດນາມ1925-1945

ໄຂງານວາງສະແດງສື່ມວນຊົນປະຕິວັດຫວຽດນາມ1925-1945 - ảnh 1
ໄຂງານວາງສະແດງສື່ມວນຊົນປະຕິວັດຫວຽດນາມ1925-1945
(ພາບປະກອບ: tuoitre.vn)


(vovworld) – ​ເນື່ອງ​​ໃນ​ໂອກ​າດສະ​ເຫຼີມສະຫຼອງ 70 ປິ​ແຫ່ງ​ວັນ​ຊາດ​ຫວຽດນາມ (02/09/1945-02/09/2015), ຕອນ​​ເຊົ້າ​ວັນ​ທີ 28/08, ຢູ່​ຮ່າ​ໂນ້ຍ, ຫໍພິພິດ​ຕະພັນ​ປະຫວັດສາດ​ແຫ່ງ​ຊາດ ​ໄດ້​ໄຂ​ງານ​ວາງສະ​ແດງ​​ຫົວ​​ເລື່ອງ​ສະ​ເພາະ “ສະ​ສົມ​ສື່​ມວນ​ຊົນ​ປະຕິວັດ​ຫວຽດນາມ 1925 - 1945”. ດ້ວຍ​ຮູ​ບພາບ, ​ເອກະສານ, ວັດຖຸ​ພັດ​ທີ່ຫາ​ຍາກ​ເກືອບ 200 ຢ່າງ, ພິ​ເສດ​ແມ່ນມີ​ໜັງ​ສື​ພິມ, ວາລະສານ​​ປະຕິວັດ​​​ໄລ​ຍະແຕ່ປີ 1925 – 1945 ​ເກືອບ 80 ສະບັບ, ​ໄດ້​ຊ່ວຍ​ໃຫ້​ຜູ້​ເຂົ້າ​ຊົມມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ວິວັດ​ແຫ່ງ​ການບັນນາທິການ, ພິມ​ຈຳ​ໜ່າຍ​ທີ່​ຫຍຸ້ງຍາກ, ລຳບາກ​ຂອງ​ຜູ້​ເຮັດວຽກ​ງານ​ໜັງ​ສື​ພິມລຸ້ນຕ່າງໆ​ ກ່​ອນການ​ປະຕິວັດ​ເດືອນ​ສິງ​ຫາ​ປີ 1945. ນອກຈາກ​ນັ້ນ, ບັນດາວັດ​ຖຸພັນ​ທີ່ກ່ຽວ​ຂ້ອງ​ເຖິງ​ການ​ພິມ​ຈຳ​ໜ່າຍ​ໜັງສື່​ພິມ, ​ໃບ​ປິ່ວປະຕິວັດ ​ໃນ​ຊຸມ​ປີກ່ອນ​ການ​ປະຕິວັດ​ເດືອນ​ສິງຫາ ປີ 1945 ກໍ​ຖືກ​ນຳ​ມາ​ວາງສະ​ແດງ​ໃນ​ຄັ້ງ​ນີ້.

ຂ່າວ/ບົດ​ອື່ນ