ໄຂງານວາງສະແດງສາກົນ ກ່ຽວກັບການກໍ່ສ້າງ Vietbuild 2012

ໄຂງານວາງສະແດງສາກົນ ກ່ຽວກັບການກໍ່ສ້າງ Vietbuild 2012 - ảnh 1
ງານ​ວາງສະ​ແດງ​ສາກົນ​ກ່ຽວ​ກັບ​ການ​ກໍ່ສ້າງ Vietbuild 2012
 ພາບ: TTXVN


(vovworld) - ຕອນ​ເຊົ້າ​ວັນ​ທີ 11/10, ງານ​ວາງສະ​ແດງ​ສາກົນ​ກ່ຽວ​ກັບ​ການ​ກໍ່ສ້າງ Vietbuild 2012 ພາຍ​ໃຕ້​ຫົວ​ຂໍ້​ວ່າ: “ພັດທະນາ​ການ​ຖ່າຍ​ທອດເຕັກ​ໂນ​ໂລ​ຊີຂະ​ແຫນງ​ກໍ່ສ້າງ ຫວຽດນາມ” ​ໂດຍ​ກະຊວງ​ກໍ່ສ້າງ ​ແລະ ຄະນະ​ກຳມະການ​ປະຊາຊົນ ນະຄອນ Can Tho ສົມທົບ​ກັນ​ຈັດ​ຕັ້ງ​ຂຶ້ນ. ມີ​ຮ້ານ​ວາງສະ​ແດງກວ່າ 450 ຮ້ານ​ຂອງ 261 ວິ​ສາ​ຫະກິດ ຫວຽດນາມ ​ ​ໄດ້ເຂົ້າ​ຮ່ວມ​​ເພື່ອ​ແນະນຳ​ບັນດາ​ຜະລິດ​ຕະພັນ, ສ່ອງ​ແສງ​ຜົນງານ ​ແລະ ການ​ພັດທະນາ​ຂອງ​ຂະ​ແຫນງ​ກໍ່ສ້າງ ຫວຽດນາມ ​ໃນ​ວິວັດ​ການ​ປ່ຽນ​ໃຫມ່, ສຸ​ມ​ໃສ່​ເຂົ້າ​ໃນ​ຂົງ​ເຂດ​ທີ່​ປືກສາ​ການ​ອອກ​ແບບ, ອະສັງຫາລິມະ​ຊັບ, ວັດ​ສະ​ດຸ​ກໍ່ສ້າງ. ນອກ​ນັ້ນ ຍັງ​ມີ​ບັນດາ​ຮ້ານ​ວາງສະ​ແດງ​ຂອງ​ປະ​ເທດ​ຕ່າງໆ​ຄື: ສ​າທາ​ລະນະ​ລັດ​ເກົາຫລີ, ຍີ່​ປຸ່ນ, ອິນ​ໂດ​ເນ​ເຊຍ, ຈີນ, ​ເຢຍລະ​ມັນ, ອີ​ຕາ​ລີ, ​ໄທ ​ແລະ ມາ​ເລ​ເຊຍ. ບັນດາ​ຜະລິດ​ຕະພັນ​ທ່ີ​ນຳ​ວາງສະ​ແດງ​ໃນ​ງານ​ວາງສະ​ແດງ​ຊຶ່ງ​ລວມມີ: ​ ປະ​ເພດເຄມີ​​ໃນ​ການ​ກໍ່ສ້າງ, ກົນ​ຈັກ, ອຸປະກອນ​ເຕັກ​ໂນ​ໂລ​ຊີ​ຜະລິດ​ວັດ​ສະ​ດຸ​ກໍ່ສ້າງ ​ແລະ​ອື່ນໆ.

 

ຂ່າວ/ບົດ​ອື່ນ