ໄຂງານວາງສະແດງສາກົນກ່ຽວກັບຂະແໜງລ້ຽງປູກສິນໃນນ້ຳ Aquaculture ຫວຽດນາມ 2017

(VOVWORLD) - ງານວາງສະແດງໄດ້ດຳເນີນແຕ່ວັນທີ 25 – 27 ຕຸລາ, ດຶງດູດການເຂົ້າຮ່ວມຂອງກ່ວາ 70 ບໍລິສັດ ແລະ ວິສາຫະກິດ ມາຈາກ 20 ປະເທດ ໃນໂລກ. 
 
ໄຂງານວາງສະແດງສາກົນກ່ຽວກັບຂະແໜງລ້ຽງປູກສິນໃນນ້ຳ Aquaculture ຫວຽດນາມ 2017 - ảnh 1 ພາບປະກອບ

ວັນທີ 25 ຕຸລາ, ຢູ່ນະຄອນ ເກີນເທີ, ກົມໃຫຍ່ສິນໃນນ້ຳ ຫວຽດນາມ, ສະມາຄົມອາຊີບຫາປາ ຫວຽດນາມ ໄດ້ສົມທົບກັບບໍລິສັດ UBM Asia (ພາກພື້ນ ອາຊຽນ) ຈັດຕັ້ງພິທີໄຂງານວາງສະແດງ ແລະ ກອງປະຊຸມສຳມະນາສາກົນກ່ຽວກັບຂະແໜງລ້ຽງປູກສິນໃນນ້ຳ Aquaculture ຫວຽດນາມ 2017. ງານວາງສະແດງໄດ້ດຳເນີນແຕ່ວັນທີ 25 – 27 ຕຸລາ, ດຶງດູດການເຂົ້າຮ່ວມຂອງກ່ວາ 70 ບໍລິສັດ ແລະ ວິສາຫະກິດ ມາຈາກ 20 ປະເທດ ໃນໂລກ. ນີ້ແມ່ນກາລະໂອກາດໂຄສະນາເຄື່ອງໝາຍການຄ້າ, ແນະນຳຜະລິດຕະພັນ, ການບໍລິການກ່ຽວຂ້ອງເຖິງຂະແໜງສິນໃນນ້ຳ, ພິເສດແມ່ນສຳລັບ 13 ແຂວງ, ນະຄອນເຂດທົ່ງພຽງແມ່ນ້ຳຂອງ ກໍ່ແມ່ນໂອກາດເພື່ອໃຫ້ຊາວກະສິກອນ ໄດ້ອັບເດັດຄວາມຮູ້ດ້ານເຕັກນິກ, ຂໍ້ມູນຂ່າວສານການຕະຫຼາດ, ຊອກຫາບັນດາຜະລິດຕະພັນບໍລິການ, ເຕັກໂນໂລຢີດີທີ່ສຸດເພື່ອຮັບໃຊ້ການຜະລິດ. ໃນຂອບເຂດງານວາງສະແດງ ໄດ້ຈັດຕັ້ງບັນດາກອງປະຊຸມສາກົນສະເພາະຂະແໜງສິນໃນນ້ຳ ຫວຽດນາມ 2017, ດ້ວຍບັນດານັກປາຖະກະຖາ ເຊິ່ງແມ່ນນັກຊ່ຽວຊານພາຍໃນປະເທດ ແລະ ສາກົນ, ປຶກສາຫາລືກ່ຽວກັບບັນດາຫົວຂໍ້ຄື: ຄຸນນະພາບແນວພັນສັດ, ໂລກພະຍາດ, ນຳໃຊ້ວິທະຍາສາດເຕັກນິກເຂົ້າໃນການລ້ຽງປູກສິນໃນນ້ຳ…

ຕອບກັບ

ຂ່າວ/ບົດ​ອື່ນ