ໄຂງານວາງສະແດງຮູບພາບ “ຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ເອກອ້າງທະນົງໃຈຕໍ່ມູນເຊື້ອ-ໝັ້ນຄົງກ້າວຂຶ້ນໃນອະນາຄົດ”

(VOVWORLD) -    ໃນຂອບເຂດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄະນະຊາວໜຸ່ມກອມມູນິດໂຮ່ຈິມິນຄັ້ງທີ 11, ຕອນເຊົ້າວັນທີ 10 ທັນວາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນງານວາງສະແດງຮູບພາບ, ດ້ວຍຮູບຖ່າຍ ແລະ ວັດຖຸພັນ 500 ຢ່າງທີ່ພົ້ນເດັ່ນຜ່ານບັນດາໄລຍະປະຫວັດສາດ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ 10 ສະໄໝ
ໄຂງານວາງສະແດງຮູບພາບ “ຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ເອກອ້າງທະນົງໃຈຕໍ່ມູນເຊື້ອ-ໝັ້ນຄົງກ້າວຂຶ້ນໃນອະນາຄົດ” - ảnh 1 ບັນດາຜູ້ແທນຊົມງານວາງສະແດງ

ເນື້ອໃນຂອງງານວາງສະແດງລວມມີ 2 ປະການ. ທີ 1 ແມ່ນດ້ວຍຫົວຂໍ້ : “ລຸ່ນວິລະຊົນ, ໄຊຊະນະທີ່ສະຫງ່າລາສີ” ຊຶ່ງແນະນຳໂດຍສັງເຂບກ່ຽວກັບປະຫວັດຄວາມເປັນມາ ແລະ , ການອຸທິດສ່ວນ, ການເຕີບໃຫຍ່ຂອງອົງການຊາວໜຸ່ມ ແລະ ໄວໜຸ່ມລຸ່ນຕ່າງໆທີ່ປະກອບສ່ວນເຂົ້າໃນຂະບວນການປະຕິວັດ…

   ເນື້ອໃນປະການທີ 2 ແມ່ນດ້ວຍຫົວຂໍ້ “ຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ຜ່ານກອງປະຊຸມໃຫຍ່ ສະໄໝຕ່າງໆ ”. ທີ່ງານວາງສະແດງ, ທ່ານ ຫງວຽນຫວຽດຮຸ່ງ, ຫົວໜ້າຄະນະຈັດຕັ້ງງານວາງສະແດງ ແບ່ງປັນວ່າ : 

     “ ງານວາງສະແດງໄດ້ສ່ອງແສງບັນດາຂະບວນການປະຫວັດສາດຂອງ ຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ, ບັນດາຂະບວນການເຄື່ອນໄຫວຜ່ານ ກອງປະຊຸມໃຫຍ່ 10 ສະໄໝ. ງານວາງສະແດງໄດ້ຊ່ວຍໃຫ້ຊາວໜຸ່ມ, ໄວໜຸ່ມ, ເຍົາວະຊົນໃນທົ່ວປະເທດໄດ້ຫວນຄືນມູນເຊື້ອທີ່ສະຫງ່າລາສີຂອງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ, ທັງນີ້ກໍເປັນການປຸກລະດົມໄວໜຸ່ມສືບຕໍ່ປະຈັນບານ, ນຳໜ້າໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ ”

   ງານວາງສະແດງຈະດຳເນີນຮອດວັນທີ 13 ທັນວາຈຶ່ງອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ