ໄຂງານວາງສະແດງຮູບພາບ “ທະເລ, ໝູ່ເກາະຂອງປະເທດຊາດ”

(VOVWORLD) -ງານວາງສະແດງຮູບພາບ“ທະເລ, ໝູ່ເກາະຂອງປະເທດຊາດ” ໄດ້ໄຂຂຶ້ນໃນວັນທີ 15 ພະຈິກ, ທີ່ນະຄອນ ດາໜັງ. 

ໃນງານວາງສະແດງລວມມີຮູບພາບ ເກືອບ 150 ແຜ່ນ ໄດ້ສ່ອງແສງເຖິງກິດຈະການປົກປັກຮັກສາອຳນາດອະທິປະໄຕ ທະເລ, ໝູ່ເກາະ ແລະ ການພັດທະນາເສດຖະກິດທະເລ. ງານວາງສະແດງຮູບພາບໄດ້ສະແດງໃຫ້ເຫັນອາລົມຈິດ ແລະ ຄວາມຮັບຜິດຊອບ ຂອງບັນດາພະນັກງານ, ນັກວິສາວະກອນ, ກຳມະກອນ ໃນບໍລິສັດ ຮ່ວມທຸລະກິດນ້ຳມັນອາຍແກັດ ຫວຽດນາມ - ລັດເຊຍ ຕໍ່ກັບບັນດາແຜ່ນດິນອັນສັກສິດຂອງປະເທດຊາດ ບ່ອນທີ່ມີຊາວ ຫວຽດນາມ ຈໍານວນໜຶ່ງ ໄດ້ເສຍສະຫຼະຊີວິດເພື່ອຊາດ ກໍ່ຄືບັນດາຜູ້ທີ່ໄດ້ ແລະ ກຳລັງມານະພະຍາຍາມ ຈົນສຸດຄວາມສາມາດຂອງຕົນ ເພື່ອພາລະກິດສ້າງສາ, ພັດທະນາ ແລະ ປົກປັກຮັກສາທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ.

ງານວາງສະແດງຈະດຳເນີນໄປຮອດວັນທີ 22 ພະຈິກ ຈຶ່ງຈະອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ