ໄຂງານວາງສະແດງຮູບພາບ ຫວຽດນາມ - ສເກົາຫຼີ

ໄຂງານວາງສະແດງຮູບພາບ ຫວຽດນາມ - ສເກົາຫຼີ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ ສ​ເກົາຫຼີ ​ເຈິ່ນຈ້ອງ​ຕ່ວານ
(ພາບ: Anh Nguyên-Việt Cường/Vietnam+)

(vovworld) – ຕອນ​ເຊົ້າ​ວັນ​ທີ 2/3, ສະຖານທູດ​ຫວຽດນາມ​ປະຈຳ ສ​ເກົາຫຼີ ​ໄດ້​ສົມທົບ​ກັບ MBC Naum ສ​ເກົາຫຼີ ຈັດ​ຕັ້ງ​ງານ​ວາງສະ​ແດງ​ຮູບ​ພາບ​ດ້ວຍ​ຫົວ​ຂໍ້​ວ່າ: ”ຮ່ວມ​ເດີນທາງ​ພ້ອມ​ກັບ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ”. ນີ້​ແມ່ນ​ຮູບ​ພາບ​ໂດຍ​ນັກ​ຖ່າຍຮູບ ​ສ ​ເກົາຫຼີ Lee Jong – hun ປະຕິບັດ ​ເມື່ອ​ຮ່ວມ​ເດີນທາງ​ພ້ອມ​ກັບ​ບັນດາ​ນັກ​ກິລາ​ຖີບ​ລົດ​ຫວຽດນາມ - ສ​ເກົາຫຼີ​ໃນ​ການ​ແຂ່ງຂັນ​ຖີບ​ລົດ ​​ແຕ່ເໜືອ - ​ໃຕ້ ຫວຽດນາມ ​ເມື່ອ​ເດືອນ 11/2012. ກ່າວ​ຄວາມ​ເຫັນ​ໄຂ​ງານ​ວາງສະ​ແດງ, ຜູ້ອຳນວຍການ MBC Naum Kim Gi Oan ​ເນັ້ນ​ໜັກ​ວ່າ, ງານ​ວາງສະ​ແດງ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ, ​ເຊິ່ງຈັດ​ຂຶ້ນ​ໃນ​ໂອກາດ​ທີ່​ສອງ​ປະ​ເທດສະ​ເຫຼີ​ມສະຫຼອງ 20 ປີ ​ແຫ່ງ​ການ​ສ້າງ​ຕັ້ງ​ສາຍ​ພົວທາງ​ການ​ທູດ. ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ ສ​ເກົາຫຼີ ​ເຈິ່ນຈ້ອງ​ຕ່ວານ ກໍ່​ຢືນຢັນ​ວ່າ, ນີ້​ແມ່ນ​ການ​ກະທຳ​ສະ​ແດງ​ໃຫ້​ເຫັນ​ການ​ຮ່ວມ​ມື, ​ແບ່ງປັນ ​ແລະ ພ້ອມ​ກັນ​ມຸ່ງ​ໄປ​ສູ່​ອະນາຄົດ​ທີ່​ສົດ​ໄສ​ຫວ່າ​ຂອງ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ຫວຽດນາມ ​ແລະ ສ​ເກົາຫຼີ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ, ປະກອບສ່ວນ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ - ສ​ເກົາຫຼີ.

ຂ່າວ/ບົດ​ອື່ນ