ໄຂງານວາງສະແດງຮູບພາບ, ຮູບແຕ້ມ ຫວຽດນາມ ໃນຍຸກປະຈຸບັນ ຢູ່ ອິນເດຍ

ໄຂງານວາງສະແດງຮູບພາບ, ຮູບແຕ້ມ ຫວຽດນາມ ໃນຍຸກປະຈຸບັນ ຢູ່ ອິນເດຍ - ảnh 1
ໄຂງານວາງສະແດງຮູບພາບ, ຮູບແຕ້ມ
ຫວຽດນາມ ໃນຍຸກປະຈຸບັນ ຢູ່ ອິນເດຍ
(ພາບ: baotintuc.vn)

(vovworld) – ​ ​ ຕອນ​ບ່າຍ​ວັນ​ທີ 05/01 ທີ່ສູນ​ສິລະ​ປະ​ແຫ່ງ​ຊາດ Indira Gandhi (IGNC) ຢູ່​ໃຈ​ກາງ​ນະຄອນຫລວງ​ຂອງ ອິນ​ເດຍ ​​ໄດ້​ໄຂ​ງານ​ວາງສະ​ແດງ​ຮູບ​ພາບ, ຮູບ​ແຕ້ມ​​ຍຸກ​ປະຈຸ​ບັນ​ຂອງ​ບັນດາຈິດຕະກອນ, ນັກ​ສິລະ​ປິນຖ່າຍຮູບ  ຫວຽດນາມ. ນີ້​ແມ່ນ​ເຫດການ​ທຳ​ອິດ​ໃນ​ບັນດາ​ການ​ເຄື່ອນ​ໄຫວ ​ໂດຍ 2 ປະ​ເທດ ຫວຽດນາມ ​ແລະ ອິນ​ເດຍ ຈັດ​ຕັ້ງ​ໃນ​ປີ 2017 ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (07/01/1972 – 07/01/2017) ​ແລະ 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ (2007 - 2017). ກ່າວ​ຄຳ​ເຫັນ​ໄຂ​ງານ​ວາງສະ​ແດງ, ທ່ານ ​ໂຕນ​ຊິງ​ແທ່ງ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອິນ​ເດຍ ​ໃຫ້​ຮູ້​ວ່າ: ບັນດາ​ຮູບ​ພາບ, ຮູບ​ແຕ້ມສິລະ​ປະ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ຄັ້ງ​ນີ້​ໄດ້ ສະ​ແດງບັນດາ​ແງ່​ມູນ​ໃນ​ຊີວິດ​ການ​ເປັນ​ຢູ່​ທີ່​ແຕກ​ຕ່າງ​ກັນ ກໍ່​ຄື​ຄວາມ​ງາມ​ຂອງ ຫວຽດນາມ, ຜ່ານ​ນັ້ນ ຊ່ວຍ​ໃຫ້​​ເພື່ອນ​ມິດສາ​ກົນ​ເຂົ້າ​ໃຈ​ຕື່ມ​ກ່ຽວ​ກັບ​ມະນຸດ ​ແລະ ວັດທະນະທຳ ຫວຽດນາມ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ໂຕນ​ຊິງ​ແທ່ງ ຫວັງ​ວ່າ ​ເລື່ອງ​ໄຂ​ງານ​ວາງສະ​ແດງ​ຮູບ​ພາບ, ຮູ​ບ​ແຕ້ມ​ຄັ້ງ​ນີ້ ກໍ່​ຄື​ບັນດາ​ການ​ເຄື່ອນ​ໄຫວວັດທະນະທຳ​ອື່ນໆທີ່ ດຳ​ເນີນ​ໄປ​ຢູ່ ອິນ​ເດຍ ​ໃນ​ໄລຍະ​ຈະ​ມາ​ເຖິງ ຈະ​ແມ່ນ​ໂອກາດ​ທີ່​ດີ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ວັດທະນະທຳ ​ເຊິ່ງ​ໄດ້​ຮັບ​ການ​ກຳນົດ​ວ່າແມ່ນ​ໜຶ່ງ​ໃນ​ຫ້າ​ເສົ້າ​ຄ້ຳ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ ຫວຽດນາມ ​ແລະ ອິນ​ເດຍ.

 

 

 

 

ຂ່າວ/ບົດ​ອື່ນ