ໄຂງານວາງສະແດງຮູບແຕ້ນອາຊຽນ

ໄຂງານວາງສະແດງຮູບແຕ້ນອາຊຽນ - ảnh 1
ພິທີໄຂງານວາງສະແດງຮູບແຕ້ນອາຊຽນ

(vovworld) – ​ ຕອນ​ບ່າຍ​ວັນ​ທີ 14/12 ທີ່​ຫໍພິພິທະພັນວິຈິດ​ສິນ ຫວຽດນາມ, ກະຊວງ​ວັດທະນະທຳ​ກິລາ ​ແລະ ທ່ອງ​ທ່ຽວ​ສົມທົບ​ກັບ​ສະຖານທູດ ຫວຽດນາມ ປະຈຳ​ບັນ​ດາ​ປະ​ເທດ ອາ​ຊຽນ, ບັນດາສະຖານທູດປະ​ເທດ​ຕ່າງໆ​ໃນ​​ ອາ​ຊຽນ ປະ​ຈຳ ຫວຽດນາມ ​ໄຂ​ງານ​ວາງສະ​ແດງຮູບ​ແຕ້ມ ອາ​ຊຽນ ຄັ້ງ​ທີ 2. ງານ​ວາງສະ​ແດງ​ຮູບ​ແຕ້ມ ອາ​ຊຽນ ​ແມ່ນ​ເຫດການ​ສິລະ​ປະ​ຂອງ​ຈິດຕະກອນບັນດາ​ປະ​ເທດ ອາ​ຊຽນ, ຈັດຕັ້ງ​​ປະຈຳ​ໄລຍະ 4 ປີ/​ເທື່ອໜຶ່ງ, ​ເປັນ​ການ​ຢັ້ງຢືນ​ຄວາມ​ພະຍາ​ຍາມ​ຂອງ ຫວຽດນາມ ​ໃນ​ການຮັກສາ​ການ​ເຄື່ອນ​ໄຫວ​ດ້ານ​ສີ​ລະ​ປະ, ​ເຊື່ອມ​ໂຍງ​ໃນ​ພາກ​ພື້ນ. ງານ​ວາງສະ​ແດງ​​ໄດ້ແນະນຳຜະລິດ​ຕະພັນ​ຮູບ​ແຕ້ມ​ເກືອບ 140 ​ແຜ່ນ​ຂອງຈິດຕະກອນກ່ວາ 100 ຄົນ​ທີ່​ມາ​ຈາກ 10 ປະ​ເທດ ອາ​ຊຽນ. ດ້ວຍ​ບັນດາ​ວິທີ​ການ​ຂອງ​ສີ​ລະ​ປະ​ການແຕ້ມ ສົມທົບ​ກັບ​ເຕັກນິກການ​ພິມ​ຮູບ ​ແລະ ວັດ​ສະດຸ​ທີ່​ແຕກ​ຕ່າງ​ກັນ, ບັນດາ​ຈິດຕະກອນໄດ້​ນຳ​​ຄວາມ​ໃໝ່​ອ່ຽ​ມ, ​ແລະ ສິ່ງ​ທີ່​ດູດ​ດື່ມ​ເປັນ​ໜ້າ​ຈັບ​ອົກຈັບ​ໃຈ​ມາ​ໃຫ້​ຜູ້​ຊົມທັງຫລາຍ.


ຂ່າວ/ບົດ​ອື່ນ