ໄຂງານວາງສະແດງ“ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດ“

ໄຂງານວາງສະແດງ“ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດ“ - ảnh 1

ງານ​ວາງສະ​ແດງ“ຮ່ວາງ​ຊາ,​ເຈື່ອງ​ຊາ​ຂອງ​ຫວຽດນາມ-ບັນດາ​ພະຍານ​ຫຼັກ​ຖານປະຫວັດສາດ“
(ພາບ: ອິນເຕີແນດ)

(vovworld) - ວັນ​ທີ 24/11, ຢູ່​ເທດສະບານ ​ໂຝອຽນ, ​ແຂວງ​ທ໋າຍງວຽນ, ​ໄດ້​ໄຂ​ງານ​ວາງສະ​ແດງ​ປື້​ມ, ໜັງສືພິມ, ຮູບ​ພາບ​ເອກະສານ ​ແລະ ​ແຜນ​ທີ່ “ຮ່ວາງ​ຊາ, ​ເຈື່ອງ​ຊາ​ຂອງ​ຫວຽດນາມ-ບັນດາ​ພະຍານ​ຫຼັກ​ຖານປະຫວັດສາດ ​ແລະ ນິຕິ​ກຳ“. ງານ​ວາງສະ​ແດງ​ໄດ້​ແນະນຳ​ປື້​ມ​ເກືອບ 600 ຫົວ​ກ່ຽວ​ກັບ​ທະ​ເລ, ໝູ່​ເກາະ​ຫວຽດນາມ ​ເວົ້າ​ລວມ ​ແລະ ​ເກາະ​ຮ່ວາງ​ຊາ, ​ເຈື່ອງ​ຊາ ​ເວົ້າ​ສະ​ເພາະ. ງານ​ວາງສະ​ແດງ​ກໍ່​ແນະນຳ​ໜັງສືພິມ 500 ສະບັບ​ກ່ຽວ​ກັບ​ອະທິປະ​ໄຕ​ຜືນ​ແຜ່ນດິນ​ຂອງ​ຫວຽດນາມ​ສຳລັບໝູ່ເກາະ​ຮ່ວາງ​ຊາ, ​ເຈື່ອງ​ຊາ ກໍ່​ຄື​ແຜນ​ທີ່​​ເດີມ 54 ​ແຜ່ນ ​ແຕ່​ສະຕະວັດ​ທີ 15-20 ຂອງ​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ ​ແລະ ຂອງ​ຈີນ​ທີ່​ຮັບຮອງ​ອະທິປະ​ໄຕ​ຂອງ​ຫວຽດນາມ​ສຳລັບ​ສອງ​ໝູ່ເກາະ​ຮ່ວາງ​ຊາ, ​ເຈື່ອງ​ຊາ. ງານ​ວາງ​ສະແດງຖືກ​ຈັດ​ຕັ້ງ ​ເພື່ອ​ແນະນຳ​​ເຖິງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ໃນ​ແຂວງ ທ໋າຍງວຽນ ​ແນ​ໃສ່​ຍົກ​ສູງ​ຄວາມ​ຮັບ​ຮູ້ ກ່ຽວ​ກັບ​ບົດບາດ, ທີ່​ຕັ້ງ​ຍຸດ​ທະ​ສາດ​ຂອງ​ທະ​ເລ, ​ໝູ່​ເກາະ​ຂອງ​ປະ​ເທດ, ປະກອບສ່ວນ​ປຸກລຸກ​ຄວາມ​ເອກອ້າງ​ທະ​ນົງ​ໃຈ, ​ເພີ່ມ​ທະວີ​ກຳລັງ​ແຮງ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ​ແລະ ​ເຈດ​ຈຳນົງ​ຕັດສິນ​ໃຈ​ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ, ​ເກາະ​ອັນ​ສັກກະ​ລະ​ບູຊາ​ຂອງ​ຊາດ. ງານ​ວາງສະ​ແດງ​ເປີດ​ປະຕູ​ເຖິງ​ວັນ​ທີ 28/11/2015.

ຂ່າວ/ບົດ​ອື່ນ