ໄຂ​ງານ​ວາງ​ສະ​ແດງ​ແຜນ​ທີ່ ແລະ ວັດ​ຖຸເອ​ກະ​ສານ “ຮ່​ວາງ​ຊາ, ເຈື່ອງ​ຊາ ຂອງ ຫວຽດ​ນາມ - ບັນ​ດາຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​​ທຳ”

(VOVWORLD) -ຕອນບ່າຍວັນທີ 11 ທັນວາ, ຢູ່ນະຄອນບາກລຽວ, ໄດ້ດຳເນີນພິທີໄຂງານວາງສະແດງແຜນທີ່ ແລະ ວັກຖຸເອກະສານ “ຮ່ວາງຊາ, ເຈື່ອງຊາ ຂອງ ຫວຽດນາມ - ບັນດາຫຼັກຖານປະຫວັດສາດ ແລະ ນິຕິທຳ”.
ໄຂ​ງານ​ວາງ​ສະ​ແດງ​ແຜນ​ທີ່ ແລະ ວັດ​ຖຸເອ​ກະ​ສານ “ຮ່​ວາງ​ຊາ, ເຈື່ອງ​ຊາ ຂອງ ຫວຽດ​ນາມ - ບັນ​ດາຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​​ທຳ” - ảnh 1ທ່ານນາງ ກາວຊວັນທູເວິນ, ຮອງປະທານຄະນະກຳມະການປະຊາຊົນແຂວງ ບາກລຽວກ່າວຄຳເຫັນທີງານວາງສະແດງ

ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ກາວຊວັນທູເວິນ, ຮອງປະທານຄະນະກຳມະການປະຊາຊົນແຂວງ ບາກລຽວ ເນັ້ນໜັກວ່າ: ນີ້ແມ່ນໂອກາດອັນລ້ຳຄ່າເພື່ອ ໃຫ້ປະຊາຊົນທຸກຊັ້ນວັນນະ, ພະນັກງານ, ນັກຮົບ, ຊາວໜຸ່ມ, ເຍົາວະຊົນ ນະຄອນ້າກລຽວ ເວົ້າສະເພາະ, ໃນບໍລິເວນແຂວງບາກລຽວເວົ້າລວມ, ມີເງື່ອນໄຂໄປຢ້ຽມຊົມ, ຊອກຮູ້ແຫຼ່ງວັດຖຸເອກະສານຕ່າງໆ ແລະ ຫຼັກຖານ ເພື່ອແນໃສ່ປະຕິເສດບັນດາຖ້ອຍທຳນອງ ເສກສັນປັ້ນແຕ່ງ ປະຫວັດສາດ, ບັນດາການຮຽກທວງສິດອະທິປະໄຕທີ່ໄຮ້ເຫດຜົນຂອງຈີນຕໍ່ສອງໝູ່ເກາະຮ່ວາງຊາ, ເຈື່ອງຊາ ຂອງ ຫວຽດນາມ. ພ້ອມກັນນັ້ນ, ຜ່ານງານວາງສະແດງນີ້, ຈະຊ່ວຍໃຫ້ປະຊາຊົນໃນແຂວງມີຄວາມເຂົ້າໃຈຢ່າງຈະແຈ້ງກ່ວາກ່ຽວກັບແຜນນະໂຍບາຍ, ແນວທາງ, ນະໂຍບາຍຂອງພັກ ແລະ ລັດ ກ່ຽວກັບບັນຫາປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະຫວຽດນາມ ເພື່ອພ້ອມກັບປະຊາຊົນທົ່ວປະເທດ ຮ່ວມແຮງຮ່ວມໃຈປົກຮັກຮັກສາອະທິປະໄຕທະເລໝູ່ເກາະ ຢ່າງຖືກຕ້ອງຕາມກົດໝາຍຫວຽດນາມ ແລະ ກົດໝາຍສາກົນ.

        ງານວາງສະແດງ ດຳເນີນໄປຮອດວັນທີ 14 ທັນວາຈຶ່ງອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ