ໄຂງານແຂ່ງຂັນ Futsal HDBank ຊີງແຊ້ມລະດັບຊາດ 2022 ຢູ່ ດ່າລາດ

(VOVWORLD) -ນີ້ແມ່ນປີທີ 6 ທີ່ບັນດາຫົວໜ່ວຍຈັດຕັ້ງໄດ້ຮ່ວມກັນຈັດຂຶ້ນ.
ໄຂງານແຂ່ງຂັນ Futsal HDBank ຊີງແຊ້ມລະດັບຊາດ 2022 ຢູ່ ດ່າລາດ - ảnh 1(ທ່ານ ເຈິ່ນມິນຮຸ່ງ, ຮອງຜູ້ອຳນວຍການໃຫຍ່ VOV ກ່າວຄຳເຫັນທີ່ພິທີ)

ຕອນຄ່ຳວັນທີ 14 ມິຖຸນາ, ຢູ່ນະຄອນ ດ່າລາດ, ແຂວງ ເລິມດົ່ງ, ວິທະຍຸກະຈາຍສຽງ ຫວຽດນາມ (VOV) ແລະ ສະຫະພັນບານເຕະ ຫວຽດນາມ (VFF) ໄດ້ຈັດພິທີໄຂງານແຂ່ງຂັນ Futsal HDBank ຊີງແຊ້ມລະດັບຊາດ 2022. ນີ້ແມ່ນປີທີ 6 ທີ່ບັນດາຫົວໜ່ວຍຈັດຕັ້ງໄດ້ຮ່ວມກັນຈັດຂຶ້ນ.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານ ເຈິ່ນມິນຮຸ່ງ, ຮອງຜູ້ອຳນວຍການໃຫຍ່ VOV, ຮອງປະທານຄະນະກຳມະການ Olympic ຫວຽດນາມ, ທັງເປັນຫົວໜ້າຄະນະຈັດຕັ້ງງານແຂ່ງຂັນ Futsal HDBank ຊີງແຊ້ມລະດັບຊາດ 2022, ຢືນຢັນວ່າ:

        “ດ້ວຍຈິດໃຈນັບຖືສ້າງສັນ ແລະ ມີຄວາມຮັບຜິດຊອບຢ່າງສູງສຸດ, VOV ໃຫ້ຄຳໝັ້ນສັນຍາວ່າ ຈະສົມທົບກັບສະຫະພັນບານເຕະ ຫວຽດນາມ ແລະ ຄະນະກຳມະການປະຊາຊົນແຂວງ ເລິມດົ່ງ ຈັດງານແຂ່ງຂັນ Futsal HDBank ຊີງແຊ້ມລະດັບຊາດ 2022 ໃຫ້ບັນລຸຜົນສຳເລັດ. ພວກຂ້າພະເຈົ້າຫວັງວ່າ, ພາຍຫຼັງງານແຂ່ງຂັນນີ້ ຈະສ້າງກຳລັງໜູນສົ່ງເສີມຂະບວນການຝຶກແອບ Futsal ໃນໝູ່ຊາວໜຸ່ມ, ເຍົາວະຊົນ, ປະກອບສ່ວນນຳ Futsal ຫວຽດນາມ ໃຫ້ນັບມືນັບເປັນມືອາຊີບກວ່າ, ສືບຕໍ່ບັນລຸໄດ້ຜົນງານຫຼາຍຢ່າງໃນການແຂ່ງຂັນລະດັບພາກພື້ນ ແລະ ໃນໂລກ.”

ຕອບກັບ

ຂ່າວ/ບົດ​ອື່ນ