ໄຂງານແຂ່ງຂັນRobocon ອາຊີ-ປາຊີຟິກ2013

ໄຂງານແຂ່ງຂັນRobocon ອາຊີ-ປາຊີຟິກ2013 - ảnh 1
ງານ​ແຂ່ງຂັນ Robocon ອາຊີ​ -ປາ​ຊີ​ຟິກ
ພາບ:tienphong.vn


(vovworld)-ງານ​ແຂ່ງຂັນ Robocon ອາຊີ​ -ປາ​ຊີ​ຟິກ(ABU Robocon 2013) ​ຖືກ​ໄຂ​ຂຶ້ນ​​ໃນ​ຕອນ​ເຊົ້າ​ວັນ​ທີ 18/8 ຢູ່ ນະຄອນ ດາ​ຫນັງ. ງານ​ແຂ່ງ​ຂັນ​ດັ່ງກ່າວ​ໂດຍ​ສະຫະ​ສະມາຄົມ​ກະຈາຍສຽງ​ໂທລະພາບ ອາຊີ ປາຊີ​ຟິກ ສົມທົບ​ກັບ​ໂທລະພາບ​ຫວຽດນາມ ຈັດ​ຕັ້ງ​ຂຶ້ນ. ​ເຂົ້າ​ຮ່ວມ​ງານ​ແຂ່ງຂັນ ມີ 19 ທິມມາ​ຈາກ 18 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ. ມະຫາວິທະຍາ​ໄລຍ ລາກ​ຮົ່ງ ຂອງ​ຫວຽດນາມ ມີ​ 2 ທິມ​ເຂົ້າ​ຮ່ວມ​ງານ​ແຂ່ງຂັນ​ດັ່ງກ່າວ. ກ່າວ​ຄຳ​ເຫັນ​ໄຂ​ງານ​ແຂ່ງຂັນ, ທ່ານ ຟ້າ​ມຫວຽດຕຽນ, ຮອງ​ຜູ້ອຳນວຍການ, ປະທານ ABU Robocon 2013 ​ໄດ້​ຢືນຢັນ​ວ່າ:

        “ດ້ວຍຫົວ​ເລື່ອງ ABU Robocon 2013 ​ແມ່ນ​ “ຫນ່ວຍ​ໂລກ​ຂຽວ”ນັ້ນ, ຫວຽດນາມ ຢາກ​ສົ່ງ​ສານ​ກ່ຽວ​ກັບ​ສະຕິ​ຄວາ​ມຮັບ​ຜິດ​ຊອບ ​ແລະ ການ​ກະທຳ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ຂຽວ​ໃຫ້​ແກ່​ປັນຍາ​ຊົນ​ລຸ້ນ​ໃຫມ່. ”

ຂ່າວ/ບົດ​ອື່ນ