ໄຂງານແຂ່ງຂັນມວຍTaekwondoອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ12-ປີ2015

ໄຂງານແຂ່ງຂັນມວຍTaekwondoອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ12-ປີ2015 - ảnh 1
(ພາບ​ປະ​ກອບ​ຈາກ Quang Nhựt/TTXVN)

(vovworld) – ຕອນ​ຄ່ຳ​ວັນ​ທີ 23/3, ​ງານ​ແຂ່ງ​ຂັ​ນ​ຊິງ​ຊະ​ນະ​ເລີດມວຍ Taekwondo ຄັ້ງ​ທີ 12 - ປີ 2015 ຖືກໄຂ​ຂຶ້ນ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ. ການ​ແຂ່ງ​ຂັນປີນີ້​ມີ​ການ​ເຂົ້າ​ຮ່ວມ​ຂອງນັກ​ກິ​ລາ 337 ຄົນ​ທີ່​ມາ​ຈາກ 10 ປະ​ເທດ​ໃນ​​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ​ໂດຍ​ໄດ້ດຳ​ເນີນ​ໄປ​ແຕ່​ວັນ​ທີ 13 – 26/3, ບັນ​ດາ​ນັກ​ກິ​ລາ​ຈະ​ແຂ່ງ​ຂັນ​ເພື່ອ​ຍາດ​ໄດ້ 172 ຊຸດຫຼຽນ​ລາງວັນ ແລະ ລາງວັນຊິງ​ຊະ​ນະ​ເລີດ. ຕາມ​ທ່ານ Kris Wiluan, ປະ​ທານ​ສະ​ຫະ​ພັນ Taekwondo ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ແລ້ວ, ນີ້​ແມ່​ນ​ປີ​ມີ​ຈຳ​ນວນ​ນັກ​ກິ​ລາ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນຫຼາຍ​ທີ່​ສຸດ​ນັບ​ແຕ່​ກ່ອນ​ມາ. ສິ່ງ​ດັ່ງ​ກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ຂະ​ບວນ​ການ​​ກິ​ລາ​ມວຍ Taekwondo ໃນ​ພາກ​ພື້ນ​ພວມ​ມີ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ແຮງ. ​ໃນ​ປີ​ຜ່ານ​ມາ, ບັນ​ດາ​ສະ​ຫະ​ພັນ​ Taekwondo ສະ​ມາ​ຊິກກໍ່​ຍາດ​ໄດ້​ຜົນ​ງານຫຼາຍ​ຢ່າງ​ໃນ​ບັນ​ດາ​ການ​ແຂ່ງ​ຂັນ​ຂັ້ນ​ທະ​ວີບ ແລະ ໂລ​ກ.

        ກ່ອນ​ໜ້ານັ້ນ, ວັນ​ທີ 22/3, ຢູ່​ນະ​ຄອນ ໂຮ່​ຈີ​ມິນ, ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ຫະ​ພັນ Taekwondo ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ກໍ່​ໂຮມ​ປະ​ຊຸມ​ເພື່ອ​ສະ​ຫລຸບ​ຂະ​ບວນ​ການ​ປີ 2014 ແລະ ວາງ​​ອອ​ກ​ທິດ​ທາງ, ຍຸ​ດ​ທະ​ສາດ​ເພື່ອ​ແນ​ໃສ່​ພັດ​ທະ​ນາ​ກິ​ລາ​ມວຍ Taekwondo ຂອງ​ບັນ​ດາ​ສະ​ຫະ​ພັນ​ Taekwondo ສະ​ມາ​ຊິກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ