ໄຂງານແຂ່ງຂັນສີມືແຮງງານ ອາຊຽນ ຄັ້ງທີ 12 ຢູ່ໄທ

(VOVWORLD) - ດ້ວຍສານທີ່ວ່າ “ທັກສະສີມື ອາຊຽນ, ສ້າງສັນອະນາຄົດ”, ຄະນະນັກແຂ່ງຂັນ ຫວຽດນາມ 52 ຄົນ, ເຂົ້າຮ່ວມການແຂ່ງຂັນໃນ 26 ສາຂາວິຊາການຊ່າງໃນງານແຂ່ງຂັນສີມືແຮງງານອາຊຽນຄັ້ງທີ 12
 

ນັບແຕ່ວັນທີ 26 ສິງຫາ ຮອດວັນທີ 5 ກັນຍາ, ງານແຂ່ງຂັນສີມືແຮງງານ ອາຊຽນ ຄັ້ງທີ 12 ໄດ້ຈັດຕັ້ງຢູ່ປະເທດ ໄທ, ໄດ້ດຶງດູດນັກແຂ່ງຂັນ 337 ຄົນທີ່ມາຈາກ 10 ປະເທດໂດຍແຂ່ງຂັນໃນ 26 ສາຂາວິຊາການຊ່າງ, ເຊິ່ງລວມມີ: 24 ອາຊີບທາງການ ແລະ 2 ອາຊີບການສະແດງ. ດ້ວຍສານທີ່ວ່າ “ທັກສະສີມື ອາຊຽນ, ສ້າງສັນອະນາຄົດ”, ຄະນະນັກແຂ່ງຂັນ ຫວຽດນາມ 52 ຄົນ, ເຂົ້າຮ່ວມການແຂ່ງຂັນໃນ 26 ສາຂາວິຊາການຊ່າງໃນງານແຂ່ງຂັນສີມືແຮງງານອາຊຽນຄັ້ງທີ 12. ເຂົ້າຮ່ວມງານແຂ່ງຂັນຄັ້ງນີ້, ຄະນະ ຫວຽດນາມ ວາງຄາດໝາຍສູ້ຊົນຄ້ວາໄດ້ຫຼຽນຄຳໃນບັນດາສາຂາວິຊາການຊ່າງທີ່ໄດ້ເຂົ້າຮ່ວມໃນບັນດາງານແຂ່ງຂັນ ສີມືແຮງງານ ອາຊຽນ ຄັ້ງກ່ອນໆ.

        ພາຍຫຼັງເຂົ້າຮ່ວມ ງານແຂ່ງຂັນ ສີມືແຮງງານ ອາຊຽນ, ຫວຽດນາມ ຢືນອັນດັບທີໜຶ່ງທົ່ວຄະນະເປັນ 3 ຄັ້ງ. ງານແຂ່ງຂັນ ສີມືແຮງງານ ອາຊຽນ ຄັ້ງທີ 11 ໄດ້ຈັດຕັ້ງຢູ່ ມາເລເຊຍ, ຄະນະ ຫວຽດນາມ ຄ້ວາໄດ້ຫຼຽນຄຳ 10 ຫຼຽນ, ຫຼຽນເງິນ 6 ຫຼຽນ, ຫຼຽນທອງ 4 ຫຼຽນ, ຢຶນອັນດັບທີ 3 ທົ່ວຄະນະໃນຈຳນວນ 9 ປະເທດເຂົ້າຮ່ວມການແຂ່ງຂັນ.

ຕອບກັບ

ຂ່າວ/ບົດ​ອື່ນ