ໄຂ​ຊຸດ​ບຳ​ລຸງ​ສ້າງ​ບັນ​ດາ​ເຈົ້າ​ໜ້າ​ທີ່ ອີ​ຕາ​ລີ ແລ​ະ ອາ​ຊຽນ ກ່ຽວ​ກັບການ​ປົກ​ປ້ອງພົນ​ລະ​ເຮືອນ

(VOVWORLD) - ສືບຕໍ່ຜັນຂະຫຍາຍໂຄງການຄູ່ຮ່ວມມືພັດທະນາ ອີຕາລີ-ອາຊຽນ, ໃນວັນທີ 3 ກຸມພາ, ກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ອີຕາລີ ໄດ້ສົມທົບກັບກົມປົກປ້ອງພົນລະເຮືອນ ອີຕາລີ ໄຂຊຸດບຳລຸງສ້າງຜ່ານທາງອອນລາຍກ່ຽວກັບການປົກປ້ອງພົນລະເຮືອນໃຫ້ບັນດາເຈົ້າໜ້າທີ່ ອີຕາລີ ແລະ ບັນດາປະເທດ ອາຊຽນ.
ໄຂ​ຊຸດ​ບຳ​ລຸງ​ສ້າງ​ບັນ​ດາ​ເຈົ້າ​ໜ້າ​ທີ່ ອີ​ຕາ​ລີ ແລ​ະ ອາ​ຊຽນ ກ່ຽວ​ກັບການ​ປົກ​ປ້ອງພົນ​ລະ​ເຮືອນ       - ảnh 1ກອງປະຊຸມທາງອອນລາຍ (ພາບ: TTXVN)

ຕາງໜ້າໃຫ້ບັນດາເອກອັກຄະລັດຖະທູດ, ທ່ານນາງ Andayani Esti, ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ອີຕາລີ ທັງເປັນປະທານຄະນະກຳມະການບັນດາປະເທດ ອາຊຽນ ຢູ່ ໂຣມ (ACR), ຊົມເຊີຍ ແລະ ຕີລາຄາສູງຄວາມໝາຍຂອງໂຄງການບຳລຸງສ້າງ, ເປັນຕົ້ນແມ່ນເມື່ອ ອີຕາລີ ແລະ ອາຊຽນ ໄດ້ກາຍເປັນຄູ່ຮ່ວມມືພັດທະນາຂອງກັນ ແລະ ພ້ອມກັນແບ່ງປັນຄວາມເອົາໃຈໃສ່ກ່ຽວກັບຄວາມປອດໄພຂອງມະນຸດໃນສະພາບການທັງສອງຝ່າຍລ້ວນແຕ່ພວມຖືກຜົນກະທົບຢ່າງຫຍໍ້ທໍ້ຈາກການປ່ຽນແປງຂອງດີນຟ້າອາກາດ ແລະ ໂລກລະບາດໂຄວິດ-19.

        ທ່ານນາງ ຫງວຽນທິບິ໊ກເຫ້ວ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ໄດ້ແບ່ງປັນບັນດາບົດຮຽນ ແລະ ບຸລິມະສິດຂອງ ຫວຽດນາມ ໃນການປ້ອງກັນ, ສະກັດກັ້ນ ແລະ ຄຸ້ມຄອງໄພທຳມະສາດ, ຄວບຄຸມໂລກລະບາດໂຄວິດ-19; ທ່ານນາງກໍ່ສະແດງຄວາມເຊື່ອໝັ້ນວ່າ ອີຕາລີ ດ້ວຍຖານະບົດບາດ ປະທານກຸ່ມ G20, ຈະຍູ້ແຮງການຮ່ວມມືກັບ ອາຊຽນ ເພື່ອປະກອນສ່ວນຊຸກຍູ້ເປົ້າໝາຍເພື່ອມະນຸດຢ່າງມີປະສິດທີຜົນໃນໂຄງການດຳເນີນຂອງ G20 ໃນປີ 2021.


ຕອບກັບ

ຂ່າວ/ບົດ​ອື່ນ