ໄຂຊຸມວັນວັດທະນະທຳຍີ່ປຸ່ນ ຢູ່ດ່າລາດ - ເລີມດົງ

ໄຂຊຸມວັນວັດທະນະທຳຍີ່ປຸ່ນ ຢູ່ດ່າລາດ - ເລີມດົງ - ảnh 1
ຊຸມ​ວັນ​ວັດທະນະທຳ​ຍີ່ປຸ່ນ ຢູ່​ດ່າ​ລາດ - ​ເລີມ​ດົງ
(ພາບ: baolamdong.vn)


(vovworld) – ​ໃນ​ຂອບ​ເຂດ​ບັນດາ​ການ​ເຄື່ອນ​ໄຫ​ວສິ້ນ​ສຸດ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ ​ໄຕ​ຫງວຽນ - ດ່າ​ລາດ 2014. ຕອນ​ຄໍ່າ​ວັນ​ທີ 23/12, ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງທ່ຽວ​ແຂວງ​ເລີມ​ດົງ ​ໄດ້​ໄຂ​ງານ​ບຸນ “ຊຸມ​ວັນ​ວັດທະນະທຳ​ຍີ່ປຸ່ນ ຢູ່​ດາາລາ​ດ”. “ຊຸມ​ວັນ​ວັດທະນະທຳ​ຍີ່ປຸ່ນ ຢູ່​ດາາລາ​ດ” ​ແມ່ນການ​ເຄື່ອນ​ໄຫວ​​​ເພື່ອ​ແນ​ໃສ່​ໂຄສະນາ​ກ່ຽວ​ກັບປະ​ເທດ​ຊາດ, ມະນຸດ ​ແລະ ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຍີ່ປຸ່ນ ​ເຖິງ​ແຂກ​ທ່ອງ​ທ່ຽວ ​ແລະ ຊາວ​ດ່າ​ລາດ - ​ເລີມ​ດົງ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ຫງວຽນ​ວັນ​ອຽນ, ຮອງ​ປະທານ​ແຂວງ​ເລີມ​ດົງ ​ໃຫ້​ຮູ້​ວ່າ, ​ໃນ​ຊຸມ​ປີຜ່ານມາ, ລັດຖະບານ​ຍີ່ປຸ່ນ ​ໄດ້​ໜູນ​ຊ່ວຍ​ແຂວງ​ເລີມ​ດົງ ກໍ່ສ້າງ​ບາງ​ກິດຈະກຳ​ທີ່​ມີ​ຄວາມ​ໝາຍ​ຄື: ຮູບ​ແບບການ​ທ່ອງ​ທ່ຽວ​ຊີວະ​ພາບ​​ໂດ​ຍອີ່​ງ​​ໃສ່​ວົງ​ຄະນະ​ຍາດ, ​ໂຄງການ​ກຳຈັດ​ນຳ​ໜອງ ຊວນ​ເຮືອງ, ກໍ່ສ້າງ​ຮູບ​ແບບ​ຜະລິດ​ກະສິກຳ​ຕາມ​ທິດ​ສຳ​ພັດ​ຫຼາຍ​ຂະ​ແໜງ ​ແລະ ປັບປຸງ​ສະພາບ​ແວດ​ລ້ອມ. ທ່ານ ຫງວຽນ​ວັນ​ອຽນ ​ໃຫ້​ຮູ້​ວ່າ.

        “ການ​ພົວພັນ​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ ​ໄດ້​ຍົກ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.  ຍີ່ປຸ່ນ ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຫວຽດນາມ, ຊຸມ​ວັນ​ວັດທະນະທຳ​ຍີ່ປຸ່ນ ຢູ່ ດ່າ​ລາດ - ​ເລີມ​ດົງ ​ຖືກຈັດ​ຂຶ້ນ​ປະຈຳ​ປີ, ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ລະ​ຫວ່າງ 2 ປະ​ເທດ, ພ້ອມ​ທັງ​ສ້າງ​ເງື່ອນ​ໄຂ​ໃຫ້​​ນັກ​ທ່ອງ​ທ່ຽວ​ຍີ່ປຸ່ນ ​ມີ​ຄວາມເຂົ້າ​ໃຈ​ກ່ຽວ​ກັບ​ດ່າ​ລາດ. ​ເຫດການ​ດັ່ງກ່າວ​ໄດ້​ສ້າງ​​ເງື່ອນ​ໄຂ​​ໃຫ້​ບັນດາ​ຜູ້​ເຮັດ​ວຽກ​ງານ​ວັດທະນະທຳ, ນັກທຸລະກິດລະຫວ່າງ​ຫວຽດນາມ - ຍີ່ປຸ່ນ, ພົບ​ປະ​ແລກປ່ຽນ​ນຳ​ກັນສ້າງການ​ພົວພັນ​ທີ່​ໃກ້ຊິດ​ສະໜິດສະໜົມ ​ເພື່ອ​ສ້າງ​​ການ​ພົວພັນ​ຮ່ວມ​ມືອັນ​ຍາວ​ນານ​ນຳ​ກັນ”.

ຂ່າວ/ບົດ​ອື່ນ