ໄຂບັນດາງານບູນ ອັນເປັນປະເພນີໃນ ຕົ້ນປີໃໝ່

ໄຂບັນດາງານບູນ ອັນເປັນປະເພນີໃນ ຕົ້ນປີໃໝ່ - ảnh 1
ງານບູນກໍ່ດົງດາ ຖືກຈັດຂຶ້ນວັນທີ 5 ເດືອນ ຈຽງ

​(vovworld) ໃນ​ຊຸມ​ວັນ​ຕົ້ນ​ປີ​ໃໝ່, ບັນດາ​ທ້ອງ​ຖີ່​ນ​ໃນ​ແຂວງ ບິນ​ດິງພວມ​ເບີດ​ບານ​ມ່ວນ​ຊື່ນ​ໃນ​ທ່າມ​ກາງບັນຍາກາດ​ງານ​ບູນປະ​ເພນີ​. ພິ​ເສດ, ງານ​ບູນສະ​ເຫຼີ​ມສະຫຼອງ 223 ປີ ​ແຫ່ງ​ວັນ​ໄຊຊະນະ ງອກ​ໂຮ່ຍ - ດົ່ງ​ດາ ​ໄດ້​ຖືກໄຂ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 26/1. ງານ​ບູນສະ​ເຫຼີ​ມສະຫຼອງ​ໄຊຊ​​ະນະ ງອກ​​ໂຮ່ຍ - ດົ່ງ​ດາ, ລະດູບານ​ໃໝ່ ​ປີຣະກາ 1789, ​ຕິດ​ພັນ​ກັບຊື່​ສຽງ​ຮຽງ​ນາມຂອງ​ນັກ​ວິລະ​ຊົນ​ແຫ່ງ​ຊາດ ກວາງ​ຈູງ - ຫງວຽນ​ເຮ້ຍ. ພາຍຫຼັງ​ພິທີ​ຖະຫວາຍ​ທູບ​ທຽນ, ວາງພວງມາລາຢູ່​ຫໍພິພິທະ​ພັນ ກວາງ​ຈູງ, ​ແມ່ນ​ການ​ເຄື່ອນ​ໄຫວ​ວັດທະນະທຳ - ສິລະ​ປະ​ຕ່າງໆ.

ຕອນ​ເຊົ້າ​ວັນ​ທີ 26/1, ຢູ່​ວັດ ​ແກວ ​​ແຂວງ ທ໋າຍບິນ ກໍ່​ໄດ້​​ເປີດ​ງານ​ບູນລະດູບານ​ໃໝ່. ນີ້​ແມ່ນ​ງານ​ບູນມີ​ຂອບ​ຂະໜາດ​ໃຫຍ່​ສຸດ​ຂອງ​ແຂວງ ທ໋າຍບິນ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ນັບ​ໝື່ນໆ​ຄົນ ມາ​ຈາກ​ທຸກ​ສາລາ​ທິດ​ເຂົ້າ​ຮ່ວ​ມ. ​ໃນ​ວັນ​ບູນ​​, ນອກຈາກ​ບັນດາ​ການ​ເຄື່ອນ​ໄຫວ​​ເຫຼືອມ​​ໄສ​ໄຫວ້​ບູຊາ​ພະພຸດທະ​ເຈົ້າ​ເພື່ອ ຂໍ​ໂຊກ​ຂໍ​ໄຊ​ໃນ​ຕົ້ນ​ປີ, ນັກ​ທ່ອງ​ທ່ຽວ​ຍັງ​ໄດ້​ເຂົ້າ​ຮ່ວມ​ບັນດາ​ການ​ລະ​ຫຼິ້ນ​ພື້ນ​ເມືອງ​ຄື: ຍິງ​ເປັດ, ຫຸ້ງ​ເຂົ້າ, ​ແກວ​ງໝາກກະ​ໂພ​ກດິນ ​ແລະ ອື່ນໆ.

ພ້ອມ​ກັບ​ງານ​ບູນວັດ​ແກວ​, ​ແຂວງ ທ໋າຍບິນ​ຍັງ​ມີ​ງານ​ບູນຕ່າງໆ​ທີ່​ຖືກ​ຈັ້ນ​ຂຶ້ນ​ໃນ​ເດືອນ​ຈຽງ​ຄື: ງານ​ບູນສາລາ ຫວ້ານ​ດົ່ນ, ງານ​ບູນຕາ​​ແສງ ບາດ​ຈູງ, ງານ​ບູນສາລາ ກວານ.​​.​.​ ງານ​ບູນ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຊາວ​ກະສິກອນ​ແຂ່ງຂັນ, ​ທຳ​ພິທີ​ຂໍ​ໂຊກ​ຂໍ​ໄຊ​ໃນ​ຕົ້ນປີ​ໃໝ່.

 


ຂ່າວ/ບົດ​ອື່ນ