ໄຂບັນດາງານບຸນໃຫຍ່ຢູ່ຮ່າໂນ້ຍ

ໄຂບັນດາງານບຸນໃຫຍ່ຢູ່ຮ່າໂນ້ຍ - ảnh 1
ພິ​ທີ​ໄຂ​ງານ​ບຸນ​ຢູ່​ວັດ​ເຮືອງ
(ພາບ​ປະ​ກອບ)

(vovworld) – ​​​​ວັນ​ທີ 24/2 (ກົງ​ກັບ​ວັນ​ທີ 6 ຂອງ​ບຸນ​ເຕັດ), ບັນ​ດາ​ງານ​ບຸນ​ໃຫຍ່​ໃນ​ບໍ​ລິ​ເວນ ຮ່າ​ໂນ້ຍ ໄດ້​​ຖືກ​ໄຂ​ຂຶ້ນ. ປະ​ຊາ​ຊົນ ແລະ ແຂກ​ທ່​ອງ​ທ່ຽວ ເປັນ​ຈຳ​ນວນຫຼວງຫຼາຍ​ໄດ້​ເຂົ້າ​ຮ່ວມ​ງານ​ບຸນ, ​ເພື່​ອ​ພາ​ວະ​ນາ​ໃຫ້​ຄວາມ​ສຸກ, ຄວາມ​ສະ​ຫງົບ​ໃນ​ປີ​ໃໝ່. ຢູ່​ເຂດ​ປຸ​ຊະ​ນີ​ຍະ​ສະ​ຖານ​ວິ​ຫານ ຊ​ອກ​ເຊີນ ບູ​ຊາ ອໍ​ລະ​ຫັນ ຢ໋ອງ, ຟູ່​ດົ໋ງ​ທຽນ​ເວືອງ, ແຕ່​ແສງ ຟູ່​ລີງ, ເມືອງ​ຊ​ອກ​ເຊີນ, ປະ​ຊາ​ຊົນ​ນັບ​ໝື່ນ​ຄົນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ຕ້ອ​ນ​ຮັບ​ໃບ​ຢັ້ງ​ຢືນ​ປູ​ຊະ​ນີ​ຍະ​ສະ​ຖານ​ແຫ່ງ​ຊາດ​ພິ​ເສດ ກຸ່ມ​ສະ​ຖາ​ປັດ​ຕະ​ຍາ​ກຳ​​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ວິ​ຫານ​ຊອກ​ເຊີນ ແລະ ໄຂ​ງາ​ນ​ບຸນ​ປີ 2015.

        ແລະ​ກໍ່​ໃນ​ວັນ​ທີ 24/2, ໄຂ​ງານ​ບຸນ​ວັດ ເຮືອງ, ຢູ່​ເມືອງ ໝີ​ດຶກ. ໃນ​ວັນ​ໄຂ​ງານ​ບຸນ, ວັດ ເຮືອງ ໄດ້​ຕ້ອນ​ຮັບ​ຜູ້​ເຂົ້າ​ຮ່ວມ​ປະ​ມານ 4 ໝື່ນ​ຄົນ. ງານ​ບຸນ​ວັດ​ເຮືອງ ແມ່ນ​ງານ​ບຸນ​ໃຫຍ່ ແລະ ແກ່​ຍາວ​ທີ່​ສຸດ​ໃນ​ປີ, ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ລະ​ຫວ່​າງ​ເດືອນ 1 ຫາ ເດືອນ 3 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ. ຄາດ​ວ່າ, ງານ​ບຸນ​ປີນີ້, ວັດ​ເຮືອງ​ຈະ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ 1,5 ລ້ານ​ເທື່ອ​ຄົນ.

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ,ຢູ່​ເຂດ​ປະ​ຊະ​ນີ​ຍະ​ສະ​ຖ​ານ​ປະ​ຫວັດ​ສາດ ໂກ໋​ລ​ວາ​, ໄດ້​ດຳ​ເນີ​ນ​ງານ​ບຸນ ໂກ໋​ລ​ວາ, ອາ​ໄລ​ຫາ​ຄຸນ​ງາມ​ຄວາມ​ດີ​ເຈົ້າ​ຊີ​ວິດ ອານ​ເຢືອງ​ເວືອງ ໃນ​ຊຸມ​ວັນ​ທຳ​ອິດກໍ່​ຕັ້ງ ແລະ ສ້າງ​ສາ​ປະ​ເທດ​ຊາດ. ງານ​ບຸນ​ດຶງ​ດູດ​ປະ​ຊາ​ຊົນ​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນຫຼວງຫຼາຍ.


ຂ່າວ/ບົດ​ອື່ນ