ໄຂບຸນທ່ອງທ່ຽວຕາມຖະໜົນ ຮ້າລອງ ຄັ້ງທີ 2 ດ້ວຍຫົວຂໍ້ “ວັນບຸນລະດູບານໃໝ່ມໍລະດົກ”

(VOVWORLD) - ຕອນບ່າຍວັນທີ 02 ເມສາ, ທີ່ນະຄອນ ຮ້າລອງ, ແຂວງ ກ໋ວາງນິງ ໄດ້ໄຂ “ບຸນທ່ອງທ່ຽວຕາມຖະໜົນ ຮ້າລອງ ຄັ້ງທີ 2 ດ້ວຍຫົວຂໍ້ວ່າ “ບຸນລະດູບານໃໝ່ມໍລະດົກ”.
ໄຂບຸນທ່ອງທ່ຽວຕາມຖະໜົນ ຮ້າລອງ ຄັ້ງທີ 2 ດ້ວຍຫົວຂໍ້ “ວັນບຸນລະດູບານໃໝ່ມໍລະດົກ” - ảnh 1ໄຂບຸນທ່ອງທ່ຽວຕາມຖະໜົນ ຮ້າລອງ 

        ຫົວຂໍ້ວ່າ “ບຸນລະດູບານໃໝ່ມໍລະດົກ”, ບັນດາລາຍການໃນບຸນຈະວາດພາບໃຫ້ເຫັນງານບຸນລະດູບານໃໝ່ທີ່ເປັນເອກະລັກຂອງ 5 ວັດທະນະທຳມໍລະດົກແຂວງ ກ໋ວາງນິງ ແມ່ນ ຊາຍແດນ, ວັດທະນະທຳຈິດວິນຍານ, ໃຈກາງ, ທະເລໝູ່ເກາະ ແລະ ວັດທະນະທຳປະຊາຄົມ. ທ່ານ ຟ້າມງອັກ ຖຸຍ, ຫົວໜ້າພະແນກທ່ອງທ່ຽວແຂວງ ກ໋ວາງນິງ ໃຫ້ຮູ້ວ່າ:

        “ເປັນຄັ້ງທຳອິດ ພວກຂ້າພະເຈົ້ານຳວັດທະນະທຳທີ່ເປັນເອກະລັກສະເພາະຂອງແຕ່ລະເຂດພາກເຂົ້າໃນຮູບການຖະໜົນຫົນທາງ. ແລະ ແຂກທ່ອງທ່ຽວຈະໄດ້ຮັບຊົມຈັງຫວະຂັບແທນຂອງ ບີງລຽວ, ວາດຟ້ອນຂອງພໍ່ແມ່ປະຊາຊົນ ກ໋ວາງອຽນ ຫຼື ເວິນດົນ, ຕຽນອຽນ. ຂ້າພະເຈົ້າຫວັງວ່າ ແຂກທ່ອງທ່ຽວ ແລະ ປະຊາຊົນຈະມີຄວາມເຂົ້າໃຈວັດທະນະທຳຂອງພວກເຮົາດີກ່ວາ ແລະ ພິເສດແມ່ນວັດທະນະທຳຂອງແຂວງ ກ໋ວາງນິງ ເປັນເອກະລັກສະເພາະ ແລະ ມີລັກສະນະດີເດັ່ນທີ່ສຸດ.

        ບຸນທ່ອງທ່ຽວຕາມຖະໜົນ ຮ້າລອງ ຄັ້ງທີ 2 ແມ່ນເຫດການທ່ອງທ່ຽວທຳອິດໃນປີ 2021 ຂອງແຂວງ ກ໋ວາງນິງ, ນອນໃນແຜນການສົ່ງເສີມການທ່ອງທ່ຽວພາຍໃນປະເທດ “ຊາວ ຫວຽດນາມ ໄປທ່ຽວ ຫວຽດນາມ” ແນໃສ່ແກ້ໄຂຜົນສະທ້ອນຈາກໂລກລະບາດໂຄວິດ-19 ເທື່ອລະກ້າວ ແລະ ປະຕິບັດໃຫ້ສຳເລັດເປົ້າໝາຍດຶງດູດແຂກທ່ອງທ່ຽວ 10 ລ້ານຄົນໃນປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ