ໄຂປີທ່ອງທ່ຽວແຫ່ງຊາດ 2023 “ບິ່ງທ້ວນ - ເຕົ້າໂຮມສີຂຽວ”

(VOVWORLD) -ປີທ່ອງທ່ຽວແຫ່ງຊາດ 2023 “ບິ່ງທ້ວນ - ເຕົ້າໂຮມສີຂຽວ” ມີກວ່າ 200 ເຫດການ, ກິດຈະກຳວັດທະນະທຳ, ກິລາ ແລະ ທ່ອງທ່ຽວເປັນເອກະລັກສະເພາະ ມີຂອບເຂດເຊື່ອມຕໍ່ລະຫວ່າງບັນດາແຂວງ, ນະຄອນ ແລະ ສາກົນ
ໄຂປີທ່ອງທ່ຽວແຫ່ງຊາດ 2023 “ບິ່ງທ້ວນ - ເຕົ້າໂຮມສີຂຽວ” - ảnh 1(ພິທີໄຂປີທ່ອງທ່ຽວແຫ່ງຊາດ 2023)

ຕອນຄ່ຳວັນທີ 25 ມີນາ, ຢູ່ນະຄອນ ຟານທຽດ, ແຂວງ ບິ່ງທ້ວນ, ໄດ້ຈັດພິທີໄຂປີທ່ອງທ່ຽວແຫ່ງຊາດ 2023 ດ້ວຍຫົວຂໍ້ “ບິ່ງທ້ວນ - ເຕົ້າໂຮມສີຂຽວ”.

ກ່າວຄຳເຫັນທີ່ພິທີໄຂ, ທ່ານປະທານຄະນະກຳມະການປະຊາຊົນແຂວງ ບິ່ງທ້ວນ ດ່ວານແອັງຢຸງ ຢືນຢັນວ່າ, ຫົວຂໍ້ປີທ່ອງທ່ຽວແຫ່ງຊາດ 2023 “ບິ່ງທ້ວນ - ເຕົ້າໂຮມສີຂຽວ” ແມ່ນສະແດງໃຫ້ເຫັນຄວາມຕັດສິນໃຈ, ການກຳນົດທິດພັດທະນາທ່ອງທ່ຽວສີຂຽວ, ຍືນຍົງຂອງທົ່ວປະເທດເວົ້າລວມ ແລະ ຂອງແຂວງ ບິ່ງທ້ວນ ເວົ້າສະເພາະ.

ປີທ່ອງທ່ຽວແຫ່ງຊາດ 2023 “ບິ່ງທ້ວນ - ເຕົ້າໂຮມສີຂຽວ” ມີກວ່າ 200 ເຫດການ, ກິດຈະກຳວັດທະນະທຳ, ກິລາ ແລະ ທ່ອງທ່ຽວເປັນເອກະລັກສະເພາະ ມີຂອບເຂດເຊື່ອມຕໍ່ລະຫວ່າງບັນດາແຂວງ, ນະຄອນ ແລະ ສາກົນ ເຊິ່ງຈັດຂຶ້ນໃນຕະຫຼອດປີ 2023 ຢູ່ບໍລິເວນແຂວງ ບິ່ງທ້ວນ ແລະ 41/63 ແຂວງ, ນະຄອນ. ຜ່ານນັ້ນ, ແນະນຳ, ໂຄສະນາບັນດາຄຸນຄ່າວັດທະນະທຳເປັນວັດຖຸ ແລະ ບໍ່ເປັນວັດຖຸ, ຜະລິດຕະພັນທ່ອງທ່ຽວເປັນເອກະລັກສະເພາະຂອງ ຫວຽດນາມ; ພ້ອມທັງ, ແຜ່ຂະຫຍາຍສານເຖິງເພື່ອນມິດ ແລະ ແຂກທ່ອງທ່ຽວ ກ່ຽວກັບແຂວງ ບິ່ງທ້ວນຖືເອົາການພັດທະນາສີຂຽວ, ພັດທະນາແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ