ໄຂ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ ແລະ ງານ​ບຸນດອກ​ບານ ​ດ້ຽນ​ບຽນ 2024

(VOVWORLD) - ປີທ່ອງທ່ຽວແຫ່ງຊາດ ແລະ ງານບຸນດອກບານ ດ້ຽນບຽນ ປີ 2024 ຖືກໄຂຂຶ້ນໃນຕອນຄ່ຳວັນທີ 16 ມີນາ, ຢູ່ສະໜາມຫຼວງ ວັນທີ 7 ພຶດສະພາ, ນະຄອນ ດ້ຽນບຽນຝູ. 
ໄຂ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ ແລະ ງານ​ບຸນດອກ​ບານ ​ດ້ຽນ​ບຽນ 2024 - ảnh 1ພິທີໄຂປີທ່ອງທ່ຽວແຫ່ງຊາດ ຢູ່ ດ້ຽນບຽນ (ພາບ: VOV)

ດ້ວຍຫົວຂໍ້ “ດ້ຽນບຽນຝູ ສະຫງ່າອົງອາດ - ການລົງຕົວຈິງທີ່ບໍ່ມີບ່ອນສິ້ນສຸດ”, ປີທ່ອງທ່ຽວແຫ່ງຊາດ ແລະ ງານບຸນດອກບານ ດ້ຽນບຽນ ປີ 2024 ຖືກໄຂຂຶ້ນໃນຕອນຄ່ຳວັນທີ 16 ມີນາ, ຢູ່ສະໜາມຫຼວງ ວັນທີ 7 ພຶດສະພາ, ນະຄອນ ດ້ຽນບຽນຝູ. ເຫດການໂດຍກະຊວງວັດທະນະທຳ - ກິລາ ແລະ ທ່ອງທ່ຽວ ຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນແຂວງ ດ້ຽນບຽນຝູ ຈັດຂຶ້ນ.

ປີທ່ອງທ່ຽວແຫ່ງຊາດ - ດ້ຽນບຽນ 2024 ຖືກຈັດຂຶ້ນດ້ວຍເກືອບ 170 ລາຍການ, ເຫດການເຄື່ອນໄຫວດ້ານວັດທະນະທຳ, ກິລາ, ທ່ອງທ່ຽວທີ່ເປັນເອກະລັກລະດັບຊາດ ແລະ ສາກົນ ເຊິ່ງຈະດຳເນີນໃນຕະຫຼອດປີ. ຈຸດພົ້ນເດັ່ນໃນພິທີໄຂປີທ່ອງທ່ຽວແຫ່ງຊາດ ແລະ ງານບຸນດອກບານ ດ້ຽນບຽນ ປີ 2024 ແມ່ນລາຍການສິລະປິທີ່ມີຫົວຂໍ້ “ມາຢາມດິນແດນແຫ່ງດອກບານ” ດ້ວຍການເຂົ້າຮ່ວມຂອງນັກສະແດງເປັນມືອາຊີບ ແລະ ສະໝັກຫຼີ້ນເກືອບ 1.000 ຄົນ. ນອກຈາກໄດ້ສຳຜັດກັບຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນດາເຂດພາກໃນທົ່ວປະເທດແລ້ວ, ແຂກທ່ອງທ່ຽວຍັງໄດ້ຮັບຊົມລາຍການສະແດງແສງສິລະປະ ແລະ ການຍິງບັ້ງໄຟດອກ ອີກດ້ວຍ. ເອື້ອຍດັ້ງທິຮົ່ງລວານ, ແຂກທ່ອງທ່ຽວມາຈາກແຂວງ ຮວ່າບິ່ງ ແບ່ງປັນວ່າ:

ຂ້າພະເຈົ້າ ແລະ ໝູ່ເພື່ອນ ໄດ້ນັດກັນມາໄວເພື່ອເຂົ້າຮ່ວມພິທີໄຂປີທ່ອງທ່ຽວ. ພິທີໄຂຈັດຂຶ້ນດ້ວຍຂະຫນາດໃຫຍ່ ແລະ ທັນສະໄໝຫຼາຍ, ອາດເວົ້າໄດ້ວ່າ ນັບແຕ່ກ່ອນມາຮອດປັດຈຸບັນ, ມື້ນີ້, ຂ້າພະເຈົ້າຈຶ່ງໄດ້ເຫັນປະຈັກຕາເຫດການໃຫຍ່ນີ້. ບັນດາຈຸດວັດທະນະທຳຂອງ 3 ພາກໃນທົ່ວປະເທດ ລ້ວນແຕ່ໄດ້ເຕົ້າໂຮມກັນຢູ່ທີ່ນີ້, ມີຄວາມໝາຍຫຼາຍ”.

ຕອບກັບ

ຂ່າວ/ບົດ​ອື່ນ