ໄຂປີທ່ອງທ່ຽວແຫ່ງຊາດເຂດທົ່ງພຽງແມ່ນ້ຳແດງ - ຫາຍຟ່ອງປີ 2013

ໄຂປີທ່ອງທ່ຽວແຫ່ງຊາດເຂດທົ່ງພຽງແມ່ນ້ຳແດງ - ຫາຍຟ່ອງປີ 2013 - ảnh 1
ໄຂປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ - ຫາຍ​ຟ່ອງປີ 2013
(ພາບ: baohaiphong.com.vn)


(vovworld) -  ພິທີ​ໄຂ​ສັບປະດາ​ວັດທະນະທຳ​ທ່​ອງທ່ຽວ​ແຫ່ງ​ຊາດເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ - ຫາຍ​ຟ່ອງປີ 2013 ​ແລະ ງານ​ບຸນດອກ​ຟາງ​ແດງຫາຍ​ຟ່ອງ ຄັ້ງ​ທີ 2 ຖື​ກ​ໄຂຂຶ້ນ​ໃນ​ຕອນ​ຄໍ່າ​ວັນ​ທີ 11/05, ຢູ່​ສະໜາມ​ຫຼວງ​ໂຮ​ງລະ​ຄອນ​ຫາຍ​ຟ່ອງ. ນີ້​​ແມ່ນ​ການ​ເຄື່ອນ​ໄຫວ​ຈຸດ​ສຸມ​ຂອງ​ໂຄງການປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ - ຫາຍ​ຟ່ອງປີ 2013 ດ້ວຍ​ຫົວ​ຂໍ້​ວ່າ “ອະລິຍະ​ທຳ​ແມ່​ນ້ຳ​ແດງ”. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ ການທ່ອງທ່ຽວ​ພວມ​ແມ່ນ​ໜື່ງ​ໃນ​ບັນດາ​ຈຸດ​ພົ້ນ​ເດັ່ນ​ກ່ຽວ​ກັບ​ເສດຖະກິດ, ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນ​ເຂົ້າ​ໃນ​ການ​ພັດ​ທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ສະພາບ​ທີ່​ໂລກ​ພວມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2013 ​ແມ່ນ​ໂອກາດ​ທີ່​ດີ​ເພື່ອ​ມ​ໃຫ້​ທັງ​ເຂດ​ເສີມ​ຂະຫຍາຍ​ທ່າ​ແຮງ, ສ້າງ​ບາດກ້າວ​ບຸກທະລຸ​ໃນ​ການ​ພັດ​ທະນາ​ຂະ​ແໜງ​​ເສດຖະກິດປາຍແຫຼມ. ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​​ເຕີນ​ຢຸງຊີ້​ແຈ້ງວ່າ.

        “ກ່ອນ​ອື່ນ​ໝົດ ຕ້ອ​ງຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫ​ວ​ໃນ​ໂຄງການ​ປີ​ທ່ອງ​ທ່ຽວ​​ແຫ່ງ​ຊາດ​ໃຫ້​ສຳ​ເລັດຜົນ. ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຮ່ວມ​ມື​ກັບ​ບັນດາ​ທ້ອງ​ຖິ່ນ ​ແລະ ​ເສີມ​ຂະຫຍາຍ​ກຳລັງມີຫົວຄິດ​ປະດິດ​ສ້າງ​ຂອງ​ແຕ່ລະຄົນ​ໃນ​ເຂດ ​ເພື່ອ​ແນ​ໃສ່ສ້າງ​ກຳລັງ​​ແຮງ​ສັງລວມ​ໃຫ້​​ແກ່​ການພັ​ດທະ​ນາ​ການທ່ອງທ່ຽວ. ​ໃນ​ນັ້ນ, ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​​ເຖິງການ​ເສີມ​ຂະຫຍາຍ​ບົດຮຽນ, ທ່​າ​ແຮງກ່ຽວ​ກັບ​ບັນດາ​ມໍ​ລະ​ດົກ​ວັດທະນະທຳ, ມໍ​ລະ​ດົກທຳ​ມະ​ຊາດ, ພິ​ເສດ​ແມ່ນ​ບັນດາ​ມໍ​ລະດົກ​ເຊິ່ງ UNESCO ຮັບຮອງ​​ແມ່ນມໍ​ລະ​ດົກ​ວັດທະນະທຳຂອງ​ໂລກ; ລະບົບ​ງານ​ບູນ, ໝູ່​ບ້ານ​ອາຊີບ, ມູນ​ເຊື້ອ​ປະຫວັດສາດ ​ແລະ ຄຸນ​ຄ່າ​ຊີວະ​ພາບ - ວັດທະນະທຳມະນຸດ​ທີ່​ພົ້ນ​ເດັ່ນ​ຂອງ​ພື້ນຖານອະລິຍະ​ທຳ​ປູກ​ເຂົ້ານາ​ທາມ... ​ເພື່ອ​ສ້າງ​ເປັນ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ທີ່​ອຸດົມສົມ​ບຸນ, ມີ​ຄວາມ​ເປັນເອກະລັກ​ສະ​ເພາະ, ຫຼາຍ​ຮູບ​ຫຼາຍ​ແບບ, ຖື​ລັກສະນະ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ວັດທະນະທຳ, ອະລິຍະ​ທຳ​ແມ່​ນ້ຳ​ແດງ ຕິດ​ພັນ​ກັບ​ເຄື່ອ​ງໝາຍ​ການ​ຄ້າ​ທ່ອງ​ທ່ຽວ​ເຂດ​ທົ່ົງພຽງ​ແມ່​ນ້ຳ​ແດງ ທີ່​ມີ​ຄວາມ​ແກ່ງ​ແຍ້​ງສູງ, ກ່າຍ​ເປັນ​ສະຖານ​ທີ່​ທ່​ອງ​ທ່ຽວ​ໝັ້ນຄົງ ມີ​ລັກສະນະ​ພາກ​ພື້ນ ​ແລະ ສາກົນ​”.

ຂ່າວ/ບົດ​ອື່ນ