ໄຂປີຫວຽດນາມຢູ່ຝະລັ່ງ


ໄຂປີຫວຽດນາມຢູ່ຝະລັ່ງ - ảnh 1

ທ່ານ​ຮ່ວາງ​ຕວນ​ແອ​ງກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ

(ພາບ: ambafrance-vn.org)

 (vovworld)- ວັນ​ທີ 14/2, ຢູ່​ນະຄອນຫຼວງ​ປາຣີ-ປະ​ເທດ​ຝະລັ່ງ, ທ່ານ​ຮ່ວາງ​ຕວນ​ແອ​ງ, ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ພ້ອມ​ກັບ​ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຝະລັ່ງ, ທ່ານລັດຖະມົນຕີ​ກະຊວງ​ວັດທະນະທຳ ​ແລະ ທ່ານປະທານ​ສະ​ຖາ​ບັນ​ຝະລັ່ງ ​ໄດ້​ເຂົ້າຮ່ວມ​ພິທີ​ໄຂ “ປີ​ຫວຽດນາມ​ຢູ່​ຝະລັ່ງ“.

  ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຝະລັ່ງ, ວັນ​ທີ 13/2, ທ່ານ​ລັດຖະມົນຕີ​ຮ່ວາງ​ຕວນ​ແອ​ງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ທ່ານ​ນາງ Irina Bokova ຜູ້ອຳນວຍການ​ໃຫ່ຍອູ​ແນ​ສ​ໂກ, ​ເຮັດ​ວຽກ​ກັບທ່ານປະທານ​ສະ​ຖາ​ບັນ​ຝະລັ່ງ ​ແລະ ທ່ານລັດຖະມົນຕີ​ກະຊວງ​ວັດທະນະທຳ ພ້ອມ​ທັງ​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ຂໍ້​ຕົກລົງ​ຮ່ວ​ມມື​ລະຫວ່າງ​ສະຖານ​ບັນ​ຟິມຫວຽດນາມ ​ແລະ ສະຖານ​ບັນ​ເອກ​ສານ INA ຂອງ​ຝະລັ່ງ.

   ທີ່​ການ​ເຮັດ​ວຽກ​ກັບທ່ານປະທານ​ສະ​ຖາ​ບັນ​ຝະລັ່ງ ​ແລະ ທ່ານລັດຖະມົນຕີ​ກະຊວງ​ວັດທະນະທຳ, ທ່ານ​ລັດຖະມົນຕີ​ຮ່ວາງ​ຕວນ​ແອ​ງ ຢືນຢັນ​ວ່າ: ການ​ຮ່ວມ​ມື​ດ້ານ​ວັດທະນະທຳ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຂົງ​ເຂດສຳຄັນ​ໄດ້​ຮັບ​ການ​ບຸລິມະ​ສິດ​ຈາກ​ສອງ​ປະ​ເທດ, ພິ​ເສດ​ໃນ​ຂະນະ​ທີ່​ສອງ​ປະ​ເທດ​ຜັນ​ຂະຫຍາຍ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ຫາ​ກໍ່​ໄດ້​ລົງ​ນາມ​ໃນ​ປີຜ່ານມາ, ທ່ານ​ລັດຖະມົນຕີ​ຮ່ວາງ​ຕວນ​ແອ​ງ ​ເນັ້ນນັກ​ວ່າ:

   “​ໃນ​ວິວັດ​ການ​ປະຫວັດສາດ, ຫວຽດນາມ ​ແລະ ຝະລັ່ງ ມີ​ຫຼາຍ​ຈຸດ​ທີ່​ຄ້າຍຄື​ກັນ. ບັນດາ​ຈຸດ​ຄ້າຍຄື​ກັນນັ້ນ ຕ້ອງ​ວິ​ເຄາະ​ຈາກ​ດ້ານ​ວັດທະນະທຳ ​ແລະ ຈາກນັ້ນ, ສອງ​ປະ​ເທດ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ​ກັນ. ວັດທະນະທຳ​ແມ່ນ​ຂົວ​ຕໍ່​ໃຫ້​ສອງ​ຊາດ​ພວກ​ເຮົ​າສະໜິດ​ຕິດ​ພັນ​ກັນ“./.

ຂ່າວ/ບົດ​ອື່ນ