ໄຂພິທີຕີກາວິຫານເຈິ່ນ ຢູ່ແຂວງນາມດິ້ງ


ໄຂພິທີຕີກາວິຫານເຈິ່ນ ຢູ່ແຂວງນາມດິ້ງ - ảnh 1

 (ພາບ: http://vtc.vn)

(vovworld)- ​ຕອນ​ຄ່ຳ​ວັນ​ທີ 13/2, ກົງ​ກັບ​ວັນ​ທີ 14 ​ເດືອນ​ຈຽງ​ໄລ່​ຕາມ​ຈັນທະ​ປະຕິທິນ, ຢູ່ເຂດປູ​ສະ​ນີຍະສະ​ຖານ​ວິຫານ​ເຈິ່ນ-ນະຄອນ​ນາມ​ດິ້ງ, ຄະນະ​ກຳມະການ ປຊຊ ນະຄອນ​ນາມ​ດິ້ງ ​ໄດ້​​ໄຂພິທີ​ຕີ​ກາ​ວິຫານ​ເຈິ່ນ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ທ່ານ​ຫງວຽນ​ທ້ຽນ​ເຍິນ, ປະທານ​ຄະນະ​ກຳມະການ​ສູ​ນກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ທ່ານ​ພົນ​ເອກ​ເຈິ່ນດ້າຍ​ກວາງ ລັດຖະມົນຕີ​ກະຊວງ​ຕຳຫຼວດ​ຫວຽດນາມ ພ້ອມ​ກັບ​ແຂກ​ມາ​ຈາກ​ທຸກ​ສາລະ​ທິດ​ນັບ​ໝື່ນ​ຄົນ.

   ພິທີ​ຕີ​ກາ​ວິຫານ​ເຈິ່ນ ດຳ​ເນີນ​ໃນ 11 ​ໂມງ​ຂອງຄ່ຳ​ຄືນວັນ​ທີ 14 ​ເດືອນ​ຈຽງ​ຮອດ 1 ​ໂມງ​ເຊົ້າຂອງວັນ​ທີ 15 ​ເດືອນ​ຈຽງໄລ່​ຕາມ​ຈັນທະ​ປະຕິທິນ. ​ເພື່ອ​ຮັບປະກັນຄວາມ​ເປັນ​ລະບຽບຮຽບຮ້ອຍ​ໃຫ້​ແກ່​ພິທີ, ຄະນະ​ຈັດຕັ້ງ​ໄດ້​ລະດົມ​ພະນັກງານ, ນັກຮົບ​ກ່ວາ 2000 ຄົນ​ໃນ​ກຳລັງຕຳຫຼວດ, ທະຫານ, ທະຫານ​ລາດ​ເພື່ອ​ປະຕິບັດ​ວຽກ​ງານ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ຄວາມ​ເປັນ​ລະບຽບຮຽບຮ້ອຍ./.

ຂ່າວ/ບົດ​ອື່ນ