ໄຂພິທີສາສະໜານະມັດສະການລາວາງຄັ້ງທີ30

ໄຂພິທີສາສະໜານະມັດສະການລາວາງຄັ້ງທີ30 - ảnh 1
ພາບປະກອບ

(vovworld) – ພິທີ​ສາສະໜາ​ນະມັດສະການລາ​ວາງ​ຄັ້ງ​ທີ 30 ​ໄດ້​ຈັດ​ຕັ້ງຂຶ້ນ​ໃນ​ວັນ​ທີ 14/8, ຢູ່​​ໂບດ ລາ​ວາງ, ​​ເມືອງ ຫາຍ​ລັງ, ​ແຂວງ ກວາງ​ຈີ້. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ສາສະໜາ​ປະຈຳ​ປີ​ຂອງ​ພໍ​ແມ່ປະຊາຊົນ​ຊາວ​ຄຼິດ. ມີ​ຊາວຄຼິດກ່ວາ 70.000 ຄົນ​ທີ່​ມາ​ຈາກ​ບັນດາ​ເຂດ​ຊາວຄຼິດ ​ໃນ​ທົ່ວ​ປະ​ເທດ ​​ແລະ ​ແຂກນະ​ມັດ​ສະການເຂົ້າ​ຮ່ວມ​ພິທີ​ນະມັດສະການພະ​ແມ່ ລາວາງ.​.​.​ ຄຸນ​ພໍ່, ບາດ​ຫຼວງ ​ແລະ ຊາວ​ຄຼິດ​ເປັນ​ຈຳນວນ​ຫຼາຍ​ໄດ້​ສະ​ແດງ​ຄວາມ​ເບີກບານ​ມ່ວນ​ຊື່ນ​ເມື່ອ​ອຳນາດ​ການ​ປົກຄອງ, ອົງການຈັດຕັ້ງມະຫາຊົນທຸກ​ຂັ້ນ​ໃນ​ບໍລິ​ເວນ​ແຂວງ ຍາມ​ໃດ​ກໍ່ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້ຊາວ ຄຼິດ ​ເຄື່ອນ​ໄຫວ​ເຫຼື້ອມ​ໃສ​ສາ​ສະ​ໜາ​ໃນ​ຊຸມ​ວັນ​ດຳ​ເນີນ​ພິທີນະມັດສະການລາ​ວາງ.


ຂ່າວ/ບົດ​ອື່ນ