ໄຂລະດູການທ່ອງທ່ຽວປີ2016ຢູ່ແຂວງໄທງວຽນ

ໄຂລະດູການທ່ອງທ່ຽວປີ2016ຢູ່ແຂວງໄທງວຽນ - ảnh 1
(ພາບປະກອບ)

(vovworld) - ​ ຕອນ​ຄ່ຳ​ວັນ​ທີ 25/04, ​ແຂວງ ​ໄທ​ງວຽນ ດຳ​ເນີນ​ພິທີ​ໄຂ​ລະດູ​ການທ່ອງທ່ຽວ​ປີ 2016 ດ້ວຍ​ຫົວ​ຂໍ້ວ່າ “​ໄທ​ງວຽນ ສະຖານ​ທີ່ທ່ອງທ່ຽວຊີວະ​ພາບ, ພັກຜ່ອນ​ບຳລຸງ​ສຸຂະພາບ - ວັດທະນະທຳດ້ານ​ຈິດ​ວິນ​ຍາ​ນ”. ນີ້​ແມ່ນ​ການ​ເຄື່ອນ​ໄຫວ ​ແນ​ໃສ່​ໂຄສະນາ​ເຜີຍ​ແຜ່​ກ່ຽວ​ກັບດິນ​ແດນ, ມະນຸດ ​ແລະ ບັນດາ​ຄວາມ​ສາ​ມາ​ດບົ່ມ​ຊ້ອນດ້ານ​ການທ່ອງທ່ຽວ​ຂອງ​ແຂວງ ​ໄທ​ງວຽນ ​ເຖິງ​ແຂກ​ທ່ອງ​ທ່ຽວ​ໃນ​ທົ່ວ​ປະ​ເທດ. ພ້ອມ​ກັນ​ນັ້ນ, ລະດູ​ການທ່ອງທ່ຽວ​ປີ 2016 ກໍ່ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ​ດຳ​ເນີນ​ທຸລະ​ກິດ​ການທ່ອງທ່ຽວ​ພາຍ​ໃນ ​ແລ​ະ ນອກ​ແຂວງ ຮ່ວມ​ສຳພັນ, ຮ່ວມ​ມື​ພັດທະນາ​ຈັດ​​ບັນດາ Tour ທ່ອງ​ທ່ຽວພິ​ເສດ​ສະ​ເພາະ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ ​ເພື່ອ​ແນ​ໃສ່​ດຶງ​ດູດ​ແຂ​ກທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ.

        ​ເນື່ອງ​ໃນ​ໂອກາດ​ໄຂ​ລະດູ​ການທ່ອງທ່ຽວ​ປີ 2016, ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງທ່ຽວ​ແຂວງ ​ໄທ​ງວຽນ ຈັດ​ຕັ້ງ​ໃຫ້​ບັນດາ​ຜູ້​ແທນ, ວິ​ສາ​ຫະກິດ​​ໄປທ່ອງ​ທ່ຽວ​ຢ້ຽມ​ຊົມບັນດາ​ການ​ບໍລິ​ການບັນ​ເທີ​ງ​ໃນ​​ເຂດ​ທ່ອງ​ທ່ຽວ ​ໜອງນູ໋ຍກົກ ​ແລະ ບັນດາ​ເຂດສະຖານ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​​ຂອງ​ແຂວງ ​ໄທ​ງວຽນ.

ຂ່າວ/ບົດ​ອື່ນ