ໄຂລາຍການ “ການທ່ອງທ່ຽວໄປຜ່ານບັນດາມໍລະດົກນາຂັ້ນໄດ ຮ່ວາງຊູຟີ” 2022

(VOVWORLD) -ໄປພ້ອມກັບຄວາມເອກອ້າງທະນົງໃຈແມ່ນໜ້າທີ່ຄວາມຮັບຜິດຊອບຂອງແຕ່ລະຄົນ ໃນການປົກປັກຮັກສາ ແລະ ອະນຸລັກຮັກສາບັນດາບໍລະດົກບໍ່ເປັນວັດຖຸ.
ໄຂລາຍການ “ການທ່ອງທ່ຽວໄປຜ່ານບັນດາມໍລະດົກນາຂັ້ນໄດ ຮ່ວາງຊູຟີ” 2022 - ảnh 1ພິທີຮັບນາມມະຍົດມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ
(ພາບ: baohagiang.vn)

        ຕອນຄ່ຳວັນທີ 16 ກັນຍາ, ຢູ່ເມືອງ ຮ່ວາງຊູຟີ, ແຂວງ ຮ່າຢາງ ໄດ້ດຳເນີນພິທີຮັບນາມມະຍົດມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ ແລະ ພິທີໄຂລາຍການທ່ອງທ່ຽວໄປຜ່ານບັນດາມໍລະດົກນາຂັ້ນໄດ ຮ່ວາງຊູຟີ ປີ 2022.

        ຜູ້ຕາງໜ້າກົມມໍລະດົກວັດທະນະທຳ, ຂຶ້ນກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ມອບໃບຢັ້ງຢືນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດໃຫ້ແກ່ ພິທີບູຊາ ບ້ານເວືອງ ຂອງຊາວເຜົ່າຢ້າວ, ຕາແສງ ໂຮ່ເທົ່າ ແລະ ພິທີພາວະນາຂໍໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີຂອງຊົນເຜົ່າ ເກີລາວ, ຕາແສງ ຕຸງຊານ. ກ່າວຄຳເຫັນທີ່ພິທີ, ທ່ານປະທານຄະນະກຳມະການປະຊາຊົນແຂວງ ຮ່າຢາງ ຫງວຽນວັນເຊີນ, ຊີ້ແຈ້ງວ່່າ:

        “ໄປພ້ອມກັບຄວາມເອກອ້າງທະນົງໃຈແມ່ນໜ້າທີ່ຄວາມຮັບຜິດຊອບຂອງແຕ່ລະຄົນ ໃນການປົກປັກຮັກສາ ແລະ ອະນຸລັກຮັກສາບັນດາບໍລະດົກບໍ່ເປັນວັດຖຸ. ຂ້າພະເຈົ້າສະເໜີໃຫ້ຂະແໜງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ຄະນະກຳມະການປະຊາຊົນເມືອງ ຮ່ວາງຊູຟີ, ບັນດາເມືອງ, ນະຄອນ ຈົ່ງເອົາໃຈໃສ່ສ້າງລາຍການແນະນຳ, ໂຄສະນາຄຸນຄ່າມໍລະດົກບັນດາເຜົ່າຢ່າງເລິກເຊິ່ງ, ກວ້າງຂວາງ, ຜ່ານນັ້ນ, ເສີມຂະຫຍາຍ, ສ້າງບັນດາຜະລິດຕະພັນທ່ອງທ່ຽວວັດທະນະທຳທີ່ດູດດື່ມ, ສ້າງລາຍຮັບຕື່ມອີກ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ”.

        ລາຍການດັ່ງກ່າວຈະດຳເນີນໄປນັບແຕ່ນີ້ຮອດທ້າຍເດືອຍ ກັນຍາ, ດ້ວຍການເຄື່ອນໄຫວດູດດື່ມໃຈຫຼາຍຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ