ໄຂລາຍການ “ກຽດສະຫງ່າ ຫວຽດນາມ”

ໄຂລາຍການ “ກຽດສະຫງ່າ ຫວຽດນາມ” - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ
ເຂົ້າຮ່ວມ​ລາຍ​ການ “​ກຽດ​ສະຫງ່າ​ຫວຽດນາມ”
(ພາບ: Lao động)

(vovworld) –  ວັນ​ທີ 23/05, ​ລາຍ​ການ “​ກຽດ​ສະຫງ່າ​ຫວຽດນາມ” ​ໂດຍ​ໜັງ​ສື​ພິມ​​ແຮງ​ງານ​ ແລະ ​ສະຖານີໂທລະພາບ​ຫວຽດນາມ ສົມທົບ​ກັນ​ຈັດ​ຂຶ້ນ​ຢູ່​ນະຄອນ​ຮ່າ​ໂນ້ຍ. ນີ້​ແມ່ນ​ຄັ້ງ​ທີ 11, ​ລາຍ​ການ “​ກຽດ​​ສະຫງ່າ​ຫວຽດນາມ” ​ໄດ້​ຮັບ​ການຈັດ​ຕັ້ງ, ​ຊຶ່ງມີ​ສ່ວນ​ບຸກຄົນ, ໝູ່​ຄະນະ​ນັບ​ພັນ​ຄົນ​ທີ່​ມີ​ຜົນງານ​ພິ​ເສດ ​ແລະ ​ໄດ້​ຮັບ​ການ​ເຊີດ​ຊູ​ກ່ຽວ​ກັບ​ບັນດາ​ການ​ປະກອບສ່ວນ​ໃຫ້​ແກ່​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ຊົມ​ເຊີຍ​ບັນດາໝູ່​ຄະນະ​, ສ່ວນ​ບຸກຄົນດີ​ເດັ່ນ​ໃນ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ ​ແລະ ຍ້ອງຍໍ​ບັນດາ​ຫົວໜ່ວຍ​ທີ່​ໄດ້​ຈັດ​ຕັ້ງ​ລາຍການ “​ກຽດ​ສະຫງ່າ​ຫວຽດນາມ” ​ໃນ​ໄລຍະ​ຕະຫຼອດ 10 ປີຜ່ານມາຢ່າງ​ສຳ​ເລັດ​ຜົນ. ທ່ານ​ປະທານ​ປະ​ເທ​ດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ.

        “​ໃນ​ພາລະກິດ​ປ່ຽນ​ໃໝ່, ສ້າງສາ ​ແລະ ປົກ​ປັກ​ຮັກສາ​​ເອກະລາດ, ອະທິປະ​ໄຕ, ​ເຂດ​ດິນ​ແດນ​ອັນ​ຄົບ​ຖ້ວນ ​ໃນ​ປະຈຸ​ບັນ, ຄຳ​ຮຽກຮ້ອງ​ແຂ່ງຂັນ​ຮັກ​ຊາດ​ຂອງ​ປະທານ​ໂຮ່ຈິ​ມິນ ຍາມ​ໃດ​ກໍ່​ແມ່ນ​ກຳລັງ​ໜູນ​ດຶງ​ດູດ​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ທຸກ​ພາກສ່ວນ​ເສດຖະກິດ, ບັນດາ​ອົງການ​ຈັດ​ຕັ້ງ, ຂະ​ແໜງ​ການ, ໝູ່​ຄະນະ​ໃນ​ສັງຄົມ​ສະໜັບສະໜູນ​ ​ແລະ ເຂົ້າ​ຮ່ວມ. ຈາກ​ບັນດາ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ ​ໄດ້​ມີ​ບັນດາ​ແບບຢ່າງ​ຄົນ​ດີ​ວຽກ​ເດັ່ນ, ບັນດາ​ໝູ່​ຄະນະ ​ແລະ ສ່ວນ​ບຸກຄົນ​ດີ​ເດັ່ນ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​ແລະ ​​ໄດ້​ຮັບ​ການ​ເຊີດ​ຊູ​ຈາກສັງຄົມ, ຮໍ່າຮຽນ ​ແລະ ປະຕິບັດ​ຕາມ”.

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 22/05, ທີ່​ການ​ຕ້ອນ​ຮັບ​ບັນດາ​ແບບຢ່າງ​ດີ​ເດັ່ນ​ເຂົ້າ​ຮ່ວມ​ລາຍການ, ທ່ານ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາສູນ​ກາງ​ພັກ ​ແລະ ທ່ານ ຫງວຽນ​ທ້ຽນ​ເຍີ​ນ, ກຳມະການ​ສູນ​ກາງ​ພັກ, ປະທານ​ຄະນະ​ກຳມະການສູງ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ບັນດາ​ສ່ວນ​ບຸກຄົນ, ໝູ່​ຄະນະ​ທີ່​ໄດ້​ຮັບ​ການ​ເຊີດ​ຊູ ສືບ​ຕໍ່​ເສີມ​ຂະຫຍາຍ​ຜົນງານທີ່​ບັນລຸ​ໄດ້, ຝຶກ​ຝົນ​ຫຼໍ່​ຫຼອມ, ຮໍ່າຮຽນ ​ແລະ ປະຕິ​ບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ… ​ເພື່ອ​ໃຫ້​ເປັນ​ແກ່ນສານ​ແຜ່ຂະຫຍາຍ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ, ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ປະກອບສ່ວນ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ, ໝູ່​ເກ​າະຂອງຫວຽດນາມ.

ຂ່າວ/ບົດ​ອື່ນ