ໄຂ​ລາຍ​ການ “​ທ່ອງ​ທ່ຽວ​ຜ່ານ​ບັນ​ດາ​ເຂດ​ມໍ​ລະ​ດົກ ວຽດ​ບັກ”

(VOVWORLD) -  ລາຍການ “ທ່ອງທ່ຽວຜ່ານບັນດາເຂດມໍລະດົກ ວຽດບັກ” ແມ່ນການເຄື່ອນໄຫວປະຈຳປີ ໄດ້ຮັບການຈັດຂຶ້ນແບບໝູນວຽນລະຫວ່າງ 6 ແຂວງລວມມີ: ກາວບັ່ງ, ບັກກ້ານ, ລ້າງເຊີນ, ຕວຽນກວາງ, ຮ່າຢາງ ແລະ ໄທງວຽນ. 
ໄຂ​ລາຍ​ການ “​ທ່ອງ​ທ່ຽວ​ຜ່ານ​ບັນ​ດາ​ເຂດ​ມໍ​ລະ​ດົກ ວຽດ​ບັກ” - ảnh 1ລາຍການສະແດງສິລະປະ (ພາບ: baotuyenquang.com.vn)

ຕອນຄ່ຳວັນທີ 25 ສິງຫາ, ຢູ່ນະຄອນ ບັກກ້ານ, ແຂວງບັກກ້ານ, ໄດ້ດຳເນີນພິທີໄຂລາຍການ “ທ່ອງທ່ຽວຜ່ານບັນດາເຂດມໍລະດົກ ວຽດບັກ” ຄັ້ງທີ XV ປີ 2024. ພິທີໄຂໄດ້ສ້າງຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວດ້ວຍລາຍການສະແດງຂອງ 6 ຄະນະສິລະປະກອນ ດ້ວຍຫົວຂໍ້ “ໄປທ່ຽວທົ່ວເຂດ ວຽດບັກຮອບໜຶ່ງ”. ລາຍການ “ທ່ອງທ່ຽວຜ່ານບັນດາເຂດມໍລະດົກ ວຽດບັກ” ແມ່ນການເຄື່ອນໄຫວປະຈຳປີ ໄດ້ຮັບການຈັດຂຶ້ນແບບໝູນວຽນລະຫວ່າງ 6 ແຂວງລວມມີ: ກາວບັ່ງ, ບັກກ້ານ, ລ້າງເຊີນ, ຕວຽນກວາງ, ຮ່າຢາງ ແລະ ໄທງວຽນ. ລາຍການປີນີ້ໄດ້ຈັດຂຶ້ນໃນລະຫວ່າງວັນທີ 24 ສິງຫາ - 28 ສິງຫາ ດ້ວຍຫຼາຍການເຄື່ອນໄຫວຄື: ວັນບຸນຜະລິດຕະພັນກະເສດ OCOP (ໜຶ່ງໂຄງການໜຶ່ງຜະລິດຕະພັນ) ແລະ ວັດທະນະທຳອາຫານການກິນ 6 ແຂວງເຂດ ວຽດບັກ; ງານວາງສະແດງພາບຖ່າຍ, ພາບແຕ້ມການທ່ອງທ່ຽວເຂດ ວຽດບັກ, ການແຂ່ງລົດຖີບຕາມພູມສັນຖານ ຢູ່ແຂວງບັກກ້ານເປີດກວ້າງປີ 2024, ການແຂ່ງຂັນຜູ່ນຳທ່ຽວ… ໃນໂອກາດນີ້, ແຂວງບັກກ້ານກໍ່ໄດ້ຈັດບັນດາເຫດການເພື່ອສະເຫຼີມສະຫຼອງ 75 ປີແຫ່ງວັນປົດປ່ອຍ ບັກກ້ານ (24/8/1949 - 24/8/2024).

ຕອບກັບ

ຂ່າວ/ບົດ​ອື່ນ